lo_tn/mal/02/10.md

7.7 KiB

ຂໍ້ມູນທົ່ວໄປ

ໃນທີ່ນີ້ຜູ້ທຳນວາຍມາລາກີເລີ່ມຕົ້ນເວົ້າກັບຊົນຊາດອິດສະຣາເອນຂອງເຂົາເອງ.

ພວກເຮົາທຸກຄົນມີພຣະບິດາອົງດຽວກັນບໍ່ແມ່ນບໍ? ພຣະເຈົ້າອົງດຽວໄດ້ສ້າງພວກເຮົາບໍ່ແມ່ນບໍ?

ມາລາກີຖາມຄຳຖາມເຫລົ່ານີ້ ເພື່ອເຕືອນຊາວອິດສະຣາເອນໃນສິ່ງທີ່ພວກເຂົາຮູ້ແລ້ວ. ອາດແປໄດ້ອີກວ່າ: "ເຈົ້າຮູ້ແລ້ວວ່າພວກເຮົາທຸກຄົນມີພໍ່ຄົນດຽວກັນ, ຄືພຣະເຈົ້າຂອງພວກເຮົາຜູ້ໄດ້ຊົງສ້າງປະເທດຊາດ ຈາກພວກເຮົາ." ຫລື "ພວກເຈົ້າຮູ້ຢູ່ແລ້ວວ່າ ພຣະເຈົ້າແມ່ນບິດາຂອງພວກເຮົາຊາວອິດສະຣາເອນທັງຫມົດ, ເພາະວ່າພຣະອົງແມ່ນຜູ້ທີ່ສ້າງຊົນຊາດຂອງພວກເຮົາ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/writing-background]] ແລະ [[rc:///ta/man/translate/figs-rquestion]])

ພຣະເຈົ້າອົງດຽວໄດ້ສ້າງພວກເຮົາມາບໍ່ແມ່ນບໍ?

ຄຳຖາມນີ້ ມີຄວາມຫມາຍ ເປັນປະໂຫຍກບອກເລົ່າ. ອາດແປໄດ້ອີກວ່າ: "ເປັນທີ່ແນ່ນອນວ່າ ແມ່ນພຣະເຈົ້າອົງດຽວກັນທີ່ໄດ້ຊົງສ້າງພວກເຮົາ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ສ້າງພວກເຮົາ

ນີ້ອາດຫມາຍເຖິງ ພຣະເຈົ້າຊົງສ້າງຊາວເຮັບເຣີເປັນຊາດຫນຶ່ງ.

ດ້ວຍເຫດໃດພວກເຮົາຈຶ່ງບໍ່ຊື່ສັດຕໍ່ກັນ ແລະກັນ, ຕໍ່ພີ່ນ້ອງຂອງເຂົາ ຊຶ່ງເຮັດໃຫ້ພັນທະສັນຍາຂອງບັນພະບູລຸດ ຂອງພວກເຮົາເປັນທີ່ຫມິ່ນປະຫມາດ?

ມາລາກີຖາມຄຳຖາມນີ້ ເພື່ອຕຳຫນິຕິຕຽນພີ່ນ້ອງອິດສະຣາເອນ. ຄຳຖາມນີ້ ອາດຈະຖືກສະແດງອອກເປັນປະໂຫຍກບອກເລົ່າ. ອາດແປໄດ້ອີກວ່າ: "ພວກເຮົາບໍ່ຄວນ ທຳຮ້າຍອ້າຍນ້ອງຂອງຕົນ ແລະ ບໍ່ເຄົາລົບພັນທະສັນຍາຂອງພຣະເຈົ້າ ໂດຍການບໍ່ເຊື່ອຟັງຄຳສັ່ງຂອງພຣະອົງ, ເຫມືອນຢ່າງທີ່ພວກເຈົ້າໄດ້ເຮັດມາແລ້ວ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຢູດາກໍບໍ່ຊື່ສັດ

ໃນທີ່ນີ້ "ຢູດາ" ຫມາຍເຖິງປະຊາຊົນໃນຂົງເຂດຢູດາຍ, ແລະ ຄວາມຈິງທີ່ວ່າພວກເຂົາບໍ່ສັດຊື່ຕໍ່ພຣະຢາເວ ແມ່ນຖືກກ່າວເຖິງເຫມືອນກັບວ່າ ພວກເຂົາເປັນເຫມືອນຄົນຫນຶ່ງທີ່ຊື່ວ່າ "ຢູດາ." ອາດແປໄດ້ອີກວ່າ: "ປະຊາຊົນຢູດາບໍ່ສັດຊື່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ສິ່ງທີ່ຫນ້າກຽດຊັງໄດ້ເກີດຂຶ້ນໃນອິດສະຣາເອນ ແລະ ໃນນະຄອນເຢຣູຊາເລັມ

ສິ່ງນີ້ສາມາດສະແດງອອກໃນຮູບປະທຳ. ອາດແປໄດ້ອີກວ່າ: "ຜູ້ຄົນໄດ້ເຮັດສິ່ງທີ່ຫນ້າກຽດຊັງໃນອິດສະຣາເອນ ແລະ ໃນນະຄອນເຢຣູຊາເລັມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ພວກຢູດາໄດ້ດູຫມິ່ນສະຖານສັກສິດຂອງພຣະຢາເວ

ໃນທີ່ນີ້ "ຢູດາ" ຫມາຍເຖິງຊາວອິດສະຣາເອນອີກເທື່ອຫນຶ່ງ. ອາດແປໄດ້ອີກວ່າ: "ເພາະປະຊາຊົນຢູດາໄດ້ດູຫມິ່ນສະຖານທີ່ສັກສິດຂອງພຣະຢາເວ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ໄດ້ແຕ່ງງານກັບບຸດຍິງຂອງພະຕ່າງຊາດ

ປະຊາຊົນຢູດາໄດ້ຖືກກ່າວເຖິງອີກເທື່ອຫນຶ່ງວ່າ ເປັນເຫມືອນຄົນຜູ້ຫນຶ່ງຊື່ວ່າ "ຢູດາ." ອາດແປໄດ້ອີກວ່າ: "ໄດ້ແຕ່ງງານກັບຜູ້ຍິງຈາກຊາດອື່ນ, ຜູ້ຍິງທີ່ບູຊາຮູບເຄົາລົບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຂໍໃຫ້ພຣະຢາເວທຳລາຍຄົນທີ່ກະທຳເຊັ່ນນີ້ ອອກໄປຈາກເຕັ້ນຂອງຢາໂຄບຜູ້ທີ່

ການທຳລາຍບາງສິ່ງບາງຢ່າງ ມັກເວົ້າເຖິງຍ້ອນວ່າ ກຳລັງຕັດມັນອອກຈາກສິ່ງອື່ນ. ອາດແປໄດ້ອີກວ່າ: "ຂໍໃຫ້ພຣະຢາເວທຳລາຍຜູ້ໃດຜູ້ຫນຶ່ງ ຢູ່ໃນເຕັ້ນຂອງຢາໂຄບຜູ້ທີ່" ຫລື "ຂໍໃຫ້ພຣະຢາເວ ຂ້າຜູ້ໃດຜູ້ຫນຶ່ງໃນຊຸມຊົນຄົນອິດສະຣາເອນຜູ້ທີ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຕັ້ນຂອງຢາໂຄບ

ໃນທີ່ນີ້ “ເຕັ້ນຂອງຢາໂຄບ” ຫມາຍເຖິງ ຊຸມຊົນຂອງຊາວອິດສະຣາເອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຢາໂຄບ

ຢູ່ທີ່ນີ້ “ຢາໂຄບ” ຫມາຍເຖິງຊາວອິດສະຣາເອນທັງຫມົດ, ເພາະວ່າຢາໂຄບແມ່ນຫນຶ່ງໃນບັນພະບຸລຸດຂອງຊາວອິດສະຣາເອນທີ່ໄດ້ສືບເຊື້ອສາຍມາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຜູ້ດຽວຊົງຕື່ນຢູ່ ແລະ ພຣະອົງຊົງເປັນຜູ້ດຽວທີ່ຕອບ

ປະໂຫຍກນີ້ ຫມາຍຄວາມວ່າ "ທຸກຄົນຢ່າງແນ່ນອນ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)