lo_tn/mal/02/05.md

6.4 KiB

ຂໍ້ມູນທົ່ວໄປ:

ພຣະຢາເວຊົງກ່າວເຖິງຊົນເຜົ່າເລວີວ່າ ພວກເຂົາເປັນຄົນ ຄົນດຽວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ພັນທະສັນຍາຂອງເຮົາທີ່ໃຫ້ກັບເຂົາໄດ້ເປັນຊີວິດ ແລະ ສັນຕິສຸກ

ຕໍ່ໄປນີ້ແມ່ນຜົນໄດ້ຮັບຂອງພັນທະສັນຍາຖືກກ່າວເຖິງຄືວ່າ ມັນເປັນພັນທະສັນຍາໃນໂຕຂອງມັນເອງ. ອາດແປໄດ້ອີກວ່າ: "ຈຸດປະສົງຂອງພັນທະສັນຍາຂອງເຮົາກັບຄົນເລວີ ແມ່ນເພື່ອໃຫ້ປະໂລຫິດດຳລົງຊີວິດໃນຄວາມຈະເລີນຮຸ່ງເຮືອງ ແລະ ຄວາມສະຫງົບສຸກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຄວາມຢໍາເກງແກ່ເຂົາ, ແລະເຂົາໃຫ້ຄວາມຢໍາເກງແກ່ເຮົາ

ປະໂຫຍກນີ້ສືບຕໍ່ໃນການປຽບທຽບແບບດຽວກັນ, ແຕ່ເອົາແນວຄວາມຄິດຫນຶ່ງທີ່ສະແດງອອກຢູ່ໃນຂໍ້ຄວາມນີ້. ນີ້ສາມາດເລີ່ມຕົ້ນປະໂຫຍກໃຫມ່ໄດ້. ອາດແປໄດ້ອີກວ່າ: "ພັນທະສັນຍາຂອງເຮົາກັບເຂົາກໍຫນ້າຢຳເກງ, ແລະເຂົາກໍຢຳເກງເຮົາ" ຫລື "ໃນພັນທະສັນຍາຂອງເຮົາກັບເຂົາ, ເຮົາຮຽກຮ້ອງໃຫ້ເຂົາຢຳເກງເຮົາ, ແລະເຂົາກໍຢຳເກງເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis)

ດ້ວຍຄວາມຢ້ານກົວຕໍ່ນາມຂອງເຮົາ

ໃນທີ່ນີ້ "ນາມຂອງເຮົາ" ຫມາຍເຖິງພຣະເຈົ້າເອງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ບໍ່ມີຄວາມຜິດໃດໆ

ໃນທີ່ນີ້ ການຊອກຫາບາງສິ່ງບາງຢ່າງຫມາຍເຖິງວ່າ ສິ່ງນັ້ນມີຢູ່ຈິງ. ອາດແປໄດ້ອີກວ່າ: "ບໍ່ມີຄຳເວົ້າຂີ້ຕົວະ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ທີ່ຮີມສົບຂອງເຂົາ

ໃນທີ່ນີ້ "ຮິມສົບ" ຫມາຍເຖິງຄວາມສາມາດໃນການເວົ້າຂອງບຸກຄົນໃດຫນຶ່ງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເຂົາໄດ້ເດີນໄປກັບເຮົາ

ການຍ່າງຢູ່ນີ້ຫມາຍເຖິງການດຳລົງຊີວິດ, ດຳເນີນຊີວິດຂອງຄົນຫນຶ່ງແບບສະເພາະເຈາະຈົງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຂົາໄດ້ເດີນໄປກັບເຮົາຢ່າງຜາສຸກ ແລະ ທ່ຽງທຳ

ໃນທີ່ນີ້ ແນວຄວາມຄິດກ່ຽວກັບສະຖານທີ່ແມ່ນຂຶ້ນກັບ ວິຖີຊີວິດຂອງຄົນເລວີ. ອາດແປໄດ້ອີກວ່າ: "ໂດຍສັນຕິ ແລະຊື່ສັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຂົາໄດ້ຊ່ວຍຫລາຍຄົນໃຫ້ຫັນຫນີຈາກບາບ

ໃນທີ່ນີ້ການຊັກຊວນຜູ້ຄົນໃຫ້ເຊົາເຮັດບາບແມ່ນ ເວົ້າເຖິງວ່າມັນກຳລັງເຮັດໃຫ້ພວກເຂົາຫນີຈາກບາບ. ອາດແປໄດ້ອີກວ່າ: "ເຂົາໄດ້ຊັກຊວນໃຫ້ຫລາຍຄົນຢຸດການເຮັດບາບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເພາະຮີມສົບຂອງປະໂລຫິດຄວນຮັກສາຄວາມຮູ້ໄວ້

ໃນທີ່ນີ້ ຄວາມຮູ້ຖືກກ່າວເຖິງຄືກັບວ່າ ມັນເປັນວັດຖຸທີ່ປະໂລຫິດສາມາດຮັກສາໄວ້. ໃນຂໍ້ຄວາມນີ້, ຄວາມຄິດທີ່ວ່າ "ຮັກສາຄວາມຮູ້ໄວ້" ຫມາຍເຖິງ ການສື່ສານຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-abstractnouns]] ແລະ [[rc:///ta/man/translate/figs-metaphor]])

ຮີມສົບ

ໃນທີ່ນີ້ "ຮິມສົບ" ຫມາຍເຖິງຄວາມສາມາດໃນການເວົ້າຂອງບຸກຄົນໃດຫນຶ່ງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ສະແຫວງຫາຄຳສອນ

"ຢາກໄດ້ຮັບຄຳສອນ".

ສະແຫວງຫາຄຳສອນ

ຄຳສອນນີ້ທີ່ເວົ້າເຖິງວ່າ ມັນເປັນເຫມືອນວັດຖຸທີ່ຄົນເຮົາສາມາດຊອກຫາໄດ້. ອາດແປໄດ້ອີກວ່າ: "ຕ້ອງການປະໂລຫິດທີ່ຈະສອນພວກເຂົາຢ່າງແທ້ຈິງ". (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ຈາກປາກຂອງເຂົາ

ໃນທີ່ນີ້ “ປາກ” ຫມາຍເຖິງສິ່ງທີ່ຄົນໃຊ້ເວົ້າ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)