lo_tn/mal/02/03.md

4.6 KiB

ແລະ ເຮົາຈະເອົາຂີ້ສັດທາໃສ່ຫນ້າຂອງພວກເຈົ້າ

ໃນທີ່ນີ້ “ຂີ້ສັດທາຫນ້າຂອງພວກເຈົ້າ” ຫມາຍເຖິງເປັນສິ່ງທີ່ເຮັດໃຫ້ອັບອາຍ. ອາດແປໄດ້ອີກວ່າ: "ເຮົາຈະເຮັດໃຫ້ພວກເຈົ້າອັບອາຍຢ່າງແນ່ນອນ; ມັນຈະເປັນເຫມືອນສິ່ງທີ່ບໍ່ດີຄືກັບວ່າເຮົາໄດ້ເອົາຂີ້ສັດທາງຫນ້າພວກເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ທີ່ເປັນຂີ້ສັດຈາກງານລ້ຽງຂອງພວກເຈົ້າ

ໃນທີ່ນີ້ “ບຸນຕ່າງໆ” ຫມາຍເຖິງສັດທີ່ພວກປະໂລຫິດໄດ້ຖວາຍ ເປັນເຄື່ອງບູຊາໃນເທດສະການໃນອິດສະຣາເອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy) "ຂີ້ສັດ" ອາດຈະຫມາຍເຖິງຂີ້ທີ່ອອກມາກ່ອນຖືກຂ້າ ເພື່ອເປັນເຄື່ອງບູຊາ, ແລະ ຂີ້ທີ່ຢູ່ໃນທ້ອງສັດເມື່ອເຈົ້າຄົວສັດຕັດເປັນຕ່ອນໆກ່ອນເອົາໄປເປັນເຄື່ອງຖວາຍບູຊາ. ພະນັກງານໃນພຣະວິຫານຕ້ອງໄດ້ຂົນສົ່ງຂີ້ສັດອອກໄປຖິ້ມຢູ່ນອກພຣະວິຫານ, ແລະ ອາດຈະຢູ່ນອກນະຄອນເຢຣູຊາເລັມ.

ແລະ ເຂົາກໍຈະໂຍນພວກເຈົ້າຖີ້ມໄປພ້ອມກັບຂີ້ສັດນັ້ນ

ເປັນຖ້ອຍຄຳທີ່ເຂົ້າໃຈຍາກ ຊຶ່ງອາດຖືກແປເປັນ "ແລະ ພຣະເຈົ້າຈະເອົາພວກເຈົ້າອອກໄປກັບມັນ," ນັ້ນແມ່ນ, ກັບຂີ້ສັດ. ຖ້ອຍຄຳນີ້ກໍຍັງສືບຕໍ່ການປຽບທຽບແບບດຽວກັນກັບ ຂອງການຂ້າສັດເພື່ອຖວາຍບູຊາ, ແລະມັນກໍສາມາດຖືກນຳ ໄປໃຊ້ເປັນຮູບປະທຳ. ອາາດແປໄດ້ອີກວ່າ: "ແລະ ພວກເຂົາຈະໂຍນທ່ານລົງໃນຂີ້ສັດ; ພຣະເຈົ້າຈະຮັບປະກັນວ່າ ພວກເຂົາຈະເອົາພວກເຈົ້າໄປ ເມື່ອພວກເຂົາເອົາຂີ້ສັດທັງຫມົດໄປຖິ້ມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ເຂົາກໍຈະໂຍນພວກເຈົ້າຖີ້ມໄປພ້ອມກັບຂີ້ສັດນັ້ນ

ຄວາມຫມາຍທີ່ເປັນໄປໄດ້ຂອງຖ້ອຍຄຳນີ້ແມ່ນ 1) ພຣະເຈົ້າຈະລົງໂທດພວກປະໂລຫິດທີ່ບໍ່ສັດຊື່ ໂດຍການຂ້າພວກເຂົາແລະ ເຮັດໃຫ້ຮ່າງກາຍຂອງພວກເຂົາຖືກໂຍນຖິ້ມໃສ່ຂຸມຂີ້ສັດ, ຫລື 2) ພຣະເຈົ້າຈະລົງໂທດພວກປະໂລຫິດທີ່ບໍ່ສັດຊື່ຢ່າງຫນ້າຢ້ານກົວ ມັນຈະເປັນເຫມືອນກັບວ່າ ຮ່າງກາຍຂອງພວກເຂົາຖືກໂຍນຖິ້ມກັບຂີ້ສັດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເລວີ

ພຣະຢາເວກ່າວເຖິງເລວີວ່າເຫມືອນກັບວ່າພວກເຂົາເຊື້ອສາຍຂອງພຣະອົງ, ຊົນເຜົ່າເລວີ. ອາດແປໄດ້ອີກວ່າ: "ເພື່ອວ່າພັນທະສັນຍາຂອງເຮົາອາດຈະຢູ່ກັບເຈົ້າ, ເຊື້ອສາຍຂອງເລວີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)