lo_tn/mal/02/01.md

2.1 KiB

ໃສ່ໃຈພວກເຈົ້າ

ນີ້ເປັນການຫມາຍເຖິງ ການພິຈາລະນາບາງສິ່ງບາງຢ່າງທີ່ສຳຄັນຫລາຍ. ອາດແປໄດ້ອີກວ່າ: "ຖືວ່າມັນມີຄວາມສຳຄັນຫລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຖວາຍກຽດຕໍ່ນາມຂອງເຮົາ

ກຽດຕິຍົດຖືກກ່າວເຖິງຄືກັບວ່າ ມັນເປັນວັດຖຸອັນຫນຶ່ງທີ່ສາມາດມອບໃຫ້ຜູ້ໃດຜູ້ຫນຶ່ງໄດ້. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ນາມຂອງເຮົາ

ການສະແດງອອກນີ້ ຫມາຍເຖິງ ພຣະເຈົ້າ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເຮົາຈະສົ່ງຄວາມສາບແຊ່ງມາເຫນືອພວກເຈົ້າ

ຄຳສາບແຊ່ງຖືກກ່າວເຖິງເຫມືອນກັບວ່າ ມັນເປັນວັດຖຸອັນຫນຶ່ງທີ່ສາມາດສົ່ງຕໍ່ຫາຄົນອື່ນໄດ້. ອາດແປໄດ້ອີກວ່າ: "ເຮົາຈະປ້ອຍດ່າພວກເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ພວກເຈົ້າບໍ່ໄດ້ໃສ່ໃຈຄຳບັນຊາຂອງເຮົາ

ນີ້ຫມາຍເຖິງການພິຈາລະນາ ຄຳບັນຊາຂອງພຣະເຈົ້າວ່າສຳຄັນຫລາຍ. ອາດແປໄດ້ອີກວ່າ: "ທ່ານບໍ່ໄດ້ພິຈາລະນາຄຳສັ່ງຂອງເຮົາວ່າມັນສຳຄັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)