lo_tn/luk/22/01.md

2.4 KiB

ຂໍ້​ມູນ​ທົ່ວ​ໄປ:

ນີ້ແມ່ນພາກຕໍ່ໄປຂອງເລື່ອງ. ຢູດາຍອມຮັບທີ່ຈະທໍຣະຍົດພຣະເຢຊູ. ຂໍ້ພະຄັມພີເຫລົ່ານີ້ໃຫ້ຂໍ້ມູນພື້ນຖານກ່ຽວກັບເລື່ອງນີ້. (ເບິ່ງ: rc://*/ta/man/translate/writing-background)

ບັດນີ້

ຄຳສັບນີ້ຖືກນຳໃຊ້ຢູ່ນີ້ເພື່ອແນະນຳພາກສ່ວນໃຫມ່ຂອງເລື່ອງ.

ເທສະການເຂົ້າຈີ່ບໍ່ມີເຊື້ອເເປ້ງ

ເທສະການດັ່ງກ່າວຖືກເອີ້ນດ້ວຍຊື່ນີ້ເພາະວ່າໃນຊ່ວງເທສະການນີ້, ຊາວຢິວບໍ່ໄດ້ກິນເຂົ້າຈີ່ທີ່ເຮັດດ້ວຍເຊື້ອແປ້ງ. (ອາດແປໄດ້ອີກວ່າ): "ເທສະການເມື່ອພວກເຂົາຈະກິນເຂົ້າຈີ່ທີ່ບໍ່ມີເຊື້ອແປ້ງ" (ເບິ່ງ: rc://*/ta/man/translate/figs-explicit)

ໄດ້ເຂົ້າໃກ້

"ເກືອບຈະກຽມພ້ອມທີ່ຈະເລີ່ມຕົ້ນ"

ວິທີທີ່ພວກເຂົາສາມາດຂ້າພຣະເຢຊູ

ພວກປະໂລຫິດແລະພວກທັມະຈານບໍ່ມີອຳນາດທີ່ຈະຂ້າພຣະເຢຊູເອງ, ແຕ່ພວກເຂົາຫວັງທີ່ຈະເຮັດໃຫ້ຄົນອື່ນຂ້າພຣະອົງ. (ອາດແປໄດ້ອີກວ່າ): "ວິທີທີ່ພວກເຂົາອາດຈະເຮັດໃຫ້ພຣະເຢຊູຖືກປຣະຫານຊີວິດ" ຫລື "ວິທີທີ່ພວກເຂົາສາມາດເຮັດໃຫ້ຜູ້ໃດຜູ້ຫນຶ່ງຂ້າພຣະເຢຊູ"

ຄວາມຢ້ານກົວຂອງປະຊາຊົນ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ຢ້ານສິ່ງທີ່ປະຊາຊົນອາດຈະເຮັດ" ຫລື 2) "ຢ້ານວ່າປະຊາຊົນຈະແຕ່ງຕັ້ງພຣະເຢຊູໃຫ້ເປັນກະສັດ."