lo_tn/luk/20/21.md

3.5 KiB

ຂໍ້ມູນເຊື່ອມຕໍ່:

ນີ້ແມ່ນຈຸດເລີ່ມຕົ້ນຂອງເຫດການຕໍ່ໄປໃນພາກສ່ວນຂອງເລື່ອງນີ້. ບາງເວລາໄດ້ຜ່ານໄປນັບຕັ້ງແຕ່ພຣະເຢຊູຖືກບັນດາປະໂລຫິດໃຫຍ່ຢູ່ໃນວິຫານ. ຂະນະນີ້ຄົນສອດແນມກຳລັງສອບຖາມພຣະເຢຊູ.

ພວກເຂົາຖາມພຣະເຢຊູ

"ພວກສອດແນມໄດ້ຖາມພຣະເຢຊູ"

ອາຈານ, ພວກເຮົາຮູ້…ວິທີການຂອງພຣະເຈົ້າ

ຄົນສອດແນມໄດ້ພະຍາຍາມຫລອກລວງພຣະເຢຊູ. ພວກເຂົາບໍ່ເຊື່ອສິ່ງເຫລົ່ານີ້ກ່ຽວກັບພຣະເຢຊູ.

ພວກ​ເຮົາ​ຮູ້

"ພວກເຮົາ" ຫມາຍເຖິງພຽງແຕ່ນັກສອດແນມເທົ່ານັ້ນ. (ເບິ່ງ: rc://*/ta/man/translate/figs-exclusive)

ບໍ່ໄດ້ຮັບອິດທິພົນຈາກຕຳແຫນ່ງຂອງໃຜ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ທ່ານບອກຄວາມຈິງເຖິງແມ່ນວ່າຄົນສຳຄັນບໍ່ມັກມັນ" ຫລື 2) "ທ່ານບໍ່ມັກຄົນ ຫນື່ງເຫມືອຄົນອື່ນ" (ເບິ່ງ: rc://*/ta/man/translate/figs-activepassive)

ແຕ່ວ່າທ່ານສອນຄວາມຈິງກ່ຽວກັບວິທີການຂອງພຣະເຈົ້າ

ນີ້ແມ່ນສ່ວນຫນຶ່ງຂອງສິ່ງທີ່ຄົນສອດແນມເວົ້າວ່າພວກເຂົາຮູ້ກ່ຽວກັບພຣະເຢຊູ.

ມັນຖືກຕ້ອງຕາມກົດຫມາຍ ... ຫລືບໍ່?

ພວກເຂົາຫວັງວ່າພຣະເຢຊູຈະເວົ້າວ່າ "ແມ່ນ" ຫລື "ບໍ່". ຖ້າລາວເວົ້າວ່າ "ແມ່ນແລ້ວ", ປະຊາຊົນຢິວຈະໂກດແຄ້ນລາວທີ່ໄດ້ບອກພວກເຂົາໃຫ້ເສຍພາສີໃຫ້ຣັຖະບານຕ່າງປະເທດ. ຖ້າລາວເວົ້າວ່າ“ ບໍ່,” ຜູ້ນຳສາສນາສາມາດບອກຊາວໂຣມັນວ່າພຣະເຢຊູກຳລັງສັ່ງສອນປະຊາຊົນໃຫ້ລະເມີດກົດຫມາຍ ຂອງຊາວໂຣມັນ.

ມັນຖືກກົດຫມາຍບໍ

ເຂົາເຈົ້າຖາມກ່ຽວກັບກົດຫມາຍຂອງພຣະເຈົ້າບໍ່ແມ່ນກ່ຽວກັບກົດຫມາຍຂອງກາຍຊາ. (ອາດແປໄດ້ອີກວ່າ): "ກົດຫມາຍຂອງພວກເຮົາອະນຸຍາດໃຫ້ພວກເຮົາ"

ກາຍຊາ

ເນື່ອງຈາກວ່າກາຍຊາເປັນຜູ້ປົກຄອງຂອງຣັຖະບານໂຣມ, ພວກເຂົາສາມາດອ້າງເຖິງຣັຖະບານໂຣມັນໂດຍຊື່ຂອງກາຍຊາ. (ເບິ່ງ: rc://*/ta/man/translate/figs-metonymy)