lo_tn/luk/20/19.md

2.7 KiB

ສະແຫວງຫາທີ່ຈະວາງມືໃສ່ເຂົາ

ສຳນວນນີ້ຫມາຍເຖິງຜູ້ທີ່ໃຊ້ສິດອຳນາດເຫນືອພວກສາວົກ.(ອາດແປໄດ້ອີກວ່າ): "ຊອກຫາວິທີທີ່ຈະຈັບກຸມພຣະເຢຊູ" (ເບິ່ງ: rc://*/ta/man/translate/figs-metonymy)

ໃນຊົ່ວໂມງນັ້ນ

"ທັນທີ"

ພວກເຂົາຢ້ານປະຊາຊົນ

ນີ້ແມ່ນເຫດຜົນທີ່ພວກເຂົາບໍ່ໄດ້ຈັບພຣະເຢຊູໃນທັນທີ. ປະຊາຊົນນັບຖືພຣະເຢຊູແລະພວກຫົວຫນ້າປະໂລຫິດຢ້ານວ່າປະຊາຊົນຈະເຮັດແນວໃດຖ້າພວກເຂົາຈັບພຣະອົງ. (ອາດແປໄດ້ອີກວ່າ): "ພວກເຂົາບໍ່ໄດ້ຈັບພຣະອົງເພາະວ່າພວກເຂົາຢ້ານຄົນ" (ເບິ່ງ: rc://*/ta/man/translate/figs-explicit)

ພວກເຂົາໄດ້ສົ່ງຄົນສອດແນມອອກໄປ

"ພວກທັມະຈານແລະພວກຫົວຫນ້າປະໂລຫິດໄດ້ສົ່ງຄົນສອດແນມໄປເຝົ້າພຣະເຢຊູ"

ວ່າພວກເຂົາເຈົ້າອາດຈະພົບຄວາມຜິດຂອງການປາກເວົ້າຂອງພຣະອົງ

"ເພາະວ່າພວກເຂົາຕ້ອງການກ່າວຫາພຣະເຢຊູວ່າເວົ້າບາງຢ່າງທີ່ບໍ່ດີ"

ດັ່ງນັ້ນຈະເປັນການໃຫ້ເຂົາເຖິງ

"ເພື່ອທີ່ຈະເອົາລາວໄປ" ຫລື "ເພື່ອວ່າພວກເຂົາຈະມອບລາວໃຫ້"

ກັບກົດລະບຽບແລະສິດອຳນາດຂອງເຈົ້າແຂວງ

"ກົດລະບຽບ" ແລະ "ສິດອໍານາດ" ແມ່ນສອງວິທີທີ່ຈະເວົ້າວ່າພວກເຂົາຕ້ອງການໃຫ້ຜູ້ປົກຄອງຕັດສິນພຣະເຢຊູ. ມັນສາມາດຖືກແປດ້ວຍການສະແດງອອກຫນຶ່ງຫລືທັງສອງຢ່າງ. (ອາດແປໄດ້ອີກວ່າ): "ເພື່ອວ່າເຈົ້າແຂວງຈະລົງໂທດພຣະເຢຊູ" (ເບິ່ງ: rc://*/ta/man/translate/figs-explicit)