lo_tn/luk/17/14.md

2.8 KiB

ສະແດງຕົວທ່ານເອງຕໍ່ປະໂລຫິດ

ຄົນຂີ້ທູດຈຳເປັນຕ້ອງໃຫ້ປະໂລຫິດພິສູດວ່າໂຣກຂີ້ທູດຂອງພວກເຂົາຫາຍດີ. (ອາດແປໄດ້ອີກວ່າ): "ສະແດງຕົວທ່ານເອງຕໍ່ປະໂລຫິດເພື່ອພວກເຂົາຈະກວດເບິ່ງທ່ານ" (ເບິ່ງ: rc://*/ta/man/translate/figs-explicit)

ແລະມັນໄດ້ມາກ່ຽວກັບເລື່ອງນັ້ນ

ປະໂຫຍກນີ້ຖືກນຳໃຊ້ຢູ່ນີ້ເພື່ອ ຫມາຍເຫດການສຳຄັນໃນເລື່ອງ. ຖ້າພາສາຂອງທ່ານມີວິທີການເຮັດແບບນີ້, ທ່ານສາມາດພິຈາຣະນາໃຊ້ມັນຢູ່ບ່ອນນີ້. (ເບິ່ງ: rc://*/ta/man/translate/writing-newevent)

ພວກເຂົາຖືກຊຳຣະລ້າງໃຫ້ສະອາດ

ໃນເວລາທີ່ປະຊາຊົນໄດ້ຮັບການຮັກສາ, ພວກເຂົາບໍ່ໄດ້ເປັນມົນທິນຕາມພຣະບັນຍັດ ອີກຕໍ່ໄປ. ນີ້ສາມາດເຮັດໃຫ້ມີຄວາມຊັດເຈນ. (ອາດແປໄດ້ອີກວ່າ): "ພວກເຂົາກາຍເປັນຄົນທີ່ສະອາດເມື່ອພວກເຂົາໄດ້ຮັບການຮັກສາຈາກໂຣກຂີ້ທູດຂອງພວກເຂົາ" ຫລື "ພວກເຂົາໄດ້ຮັບການຮັກສາຈາກໂຣກຂີ້ທູດຂອງພວກເຂົາ" (ເບິ່ງ: rc://*/ta/man/translate/figs-explicit)

ເຫັນວ່າລາວຫາຍດີແລ້ວ

"ຮູ້ວ່າລາວໄດ້ຮັບການຮັກສາ" ຫລື "ຮູ້ວ່າພຣະເຢຊູໄດ້ປິ່ນປົວລາວ"

ລາວໄດ້ຫັນໄປ

"ລາວກັບໄປຫາພຣະເຢຊູ"

ດ້ວຍສຽງດັງທີ່ສັນຣະເສີນພຣະເຈົ້າ

"ແລະສັນຣະເສີນພຣະເຈົ້າດັງຂຶ້ນ"

ລາວກົ້ມກາບທີ່ຕີນຂອງພຣະເຢຊູ

"ລາວຄຸເຂົ່າລົງແລະວາງໃບຫນ້າຂອງລາວຢູ່ໃກ້ຕີນຂອງພຣະເຢຊູ." ລາວໄດ້ເຮັດສິ່ງນີ້ເພື່ອໃຫ້ກຽຕແກ່ພຣະເຢຊູ. (ເບິ່ງ: rc://*/ta/man/translate/translate-symaction)