lo_tn/luk/07/44.md

2.4 KiB

ພຣະເຢຊູຫັນໄປຫາຜູ້ຍິງຄົນນັ້ນ

"ພຣະເຢຊູໄດ້ຜະເຊີນຫນ້າກັບຜູ້ຍິງ." ພຣະເຢຊູຊີ້ແຈງຄວາມສົນໃຈຂອງຊີໂມນຕໍ່ຜູ້ຍິງໂດຍການຫັນມາຫານາງ.

ທ່ານບໍ່ເອົານໍ້າສຳລັບລ້າງຕີນຂອງເຮົາ

ມັນແມ່ນຄວາມຮັບຜິດຊອບພື້ນຖານຂອງຜູ້ເປັນເຈົ້າພາບໃນການສະຫນອງນໍ້າແລະຜ້າເຊັດໂຕສຳລັບແຂກໃຫ້ລ້າງແລະເຊັດຕີນຂອງພວກເຂົາຫລັງຈາກຍ່າງຕາມຖະຫນົນ ທີ່ຂີ້ຝຸ່ນ. (ເບິ່ງ: rc://*/ta/man/translate/figs-explicit)

ເຈົ້າ ... ແຕ່ນາງ

ພຣະເຢຊູໃຊ້ສອງປະໂຫຍກເຫລົ່ານີ້ເພື່ອປຽບທຽບການຂາດຄວາມສຸພາບຂອງຊີໂມນ ກັບການກະທຳທີ່ກະຕັນຍູຂອງຜູ້ຍິງ.

ນາງໄດ້ລ້າງຕີນຂອງເຮົາດ້ວຍນ້ຳ ຕາຂອງນາງ

ແມ່ຍິງໄດ້ໃຊ້ນ້ຳ ຕາຂອງນາງໃສ່ບ່ອນທີ່ຂາດນ້ຳ

ເຊັດຕີນເຮົາດ້ວຍຜົມຂອງນາງ

ແມ່ຍິງໄດ້ໃຊ້ຜົມຂອງນາງຢູ່ບ່ອນທີ່ຜ້າເຊັດໂຕຂາດ.

ເຈົ້າບໍ່ໄດ້ຈູບເຮົາ

ເຈົ້າພາບທີ່ດີໃນວັທະນະທັມນັ້ນຈະຕ້ອນຮັບແຂກຂອງລາວດ້ວຍການຈູບແກ້ມ. ຊີໂມນບໍ່ໄດ້ເຮັດສິ່ງນີ້. (ເບິ່ງ: rc://*/ta/man/translate/figs-explicit)

ບໍ່ໄດ້ຢຸດຈູບຕີນຂອງເຮົາ

"ໄດ້ສືບຕໍ່ຈູບຕີນຂອງເຮົາ"

ຈູບຕີນເຮົາ

ແມ່ຍິງໄດ້ຈູບຕີນຂອງພຣະເຢຊູແທນທີ່ຈະເປັນແກ້ມພຣະອົງເປັນສັນຍານຂອງການກັບໃຈທີ່ສຸດແລະຄວາມຖ່ອມຕົວ.