lo_tn/luk/01/52.md

2.8 KiB

ພຣະອົງໄດ້ຊົງປົດຜູ້ປົກຄອງຜູ້ມີອຳນາດລົງຈາກບ່ອນນັ່ງ

ບັນລັງແມ່ນບ່ອນນັ່ງທີ່ຜູ້ປົກຄອງນັ່ງຢູ່, ແລະມັນແມ່ນສັນຍາລັກຂອງສິດອຳນາດຂອງພຣະອົງ. ຖ້າກະສັດຖືກປົດຈາກຣາຊະບັນລັງ, ຫມາຍຄວາມວ່າເຂົາບໍ່ມີອຳນາດປົກຄອງອີກຕໍ່ໄປ. ອາດແປໄດ້ອີກວ່າ: "ພຣະອົງໄດ້ເອົາສິດອຳນາດຂອງກະສັດ" ຫລື "ພຣະອົງໄດ້ເຮັດໃຫ້ຜູ້ປົກຄອງຢຸດການປົກຄອງ" (ເບິ່ງ: rc://*/ta/man/translate/figs-synecdoche)

ປົດຜູ້ປົກຄອງຜູ້ມີອຳນາດລົງ ... ໄດ້ຊົງຍົກຜູ້ຕ່ຳຕ້ອຍຂຶ້ນ

ຄວາມແຕກຕ່າງລະຫວ່າງສອງການກະທຳທີ່ກົງກັນຂ້ວາມນີ້ຄວນຈະແຈ້ງຂຶ້ນໃນການແປຖ້າເປັນໄປໄດ້.

ຜູ້ຕ່ຳຕ້ອຍ

"ຄວາມທຸກຍາກ." ຄອບຄົວຂອງນາງມາຣີບໍ່ແມ່ນຄົນຮັ່ງມີ. ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 1:48.

ໄດ້ຍົກສູງຜູ້ທີ່ຕ່ຳຕ້ອຍ

ໃນຮູບຄຳເວົ້ານີ້, ຄົນທີ່ສຳຄັນແມ່ນສູງກວ່າຄົນທີ່ບໍ່ສຳຄັນ. ອາດແປໄດ້ອີກວ່າ: "ໄດ້ເຮັດໃຫ້ຄົນທີ່ຖ່ອມຕົວສຳຄັນ" ຫລື "ໄດ້ໃຫ້ກຽຕແກ່ຄົນທີ່ຄົນອື່ນບໍ່ໄດ້ໃຫ້ກຽຕ" (ເບິ່ງ: rc://*/ta/man/translate/figs-metaphor)

ພຣະອົງໃຫ້ຄົນອຶດຢາກເຕັມໄປດ້ວຍຂອງດີ ... ຄົນຮັ່ງມີຫນີໄປມືເປົ່າ

ຄວາມແຕກຕ່າງລະຫວ່າງສອງການກະທຳທີ່ກົງກັນຂ້ວາມນີ້ຄວນຈະແຈ້ງຂຶ້ນໃນການແປຖ້າເປັນໄປໄດ້.

ໃຫ້ຄົນອຶດຢາກເຕັມໄປດ້ວຍຂອງດີ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ໃຫ້ອາຫານທີ່ດີໃຫ້ຄົນທີ່ຫິວໂຫຍກິນ" ຫລື 2) "ໄດ້ຮັບສິ່ງທີ່ດີທີ່ຂັດສົນ."