lo_tn/luk/01/18.md

2.7 KiB

ຂ້ອຍຈະຮູ້ເລື່ອງນີ້ໄດ້ແນວໃດ?

"ຂ້ອຍຈະຮູ້ໄດ້ຢ່າງແນ່ນອນວ່າສິ່ງທີ່ທ່ານເວົ້າຈະເກີດຂຶ້ນໄດ້ແນວໃດ?" ນີ້, "ຮູ້" ຫມາຍຄວາມວ່າ ຕ້ອງຮຽນຮູ້ໂດຍປະສົບການ, ແນະນຳໃຫ້ເຊກາຣິຢາ ກຳລັງຂໍເອົາເຄື່ອງຫມາຍ ເປັນຫລັກຖານ. ອາດເເປໃດ້ວ່າ: "ເຈົ້າສາມາດເຮັດຫຍັງເພື່ອພິສູດກັບຂ້ອຍວ່າສິ່ງນີ້ຈະເກີດຂຶ້ນ?"

ຂ້ອຍແມ່ນຄັບຣິເອນ, ຜູ້ທີ່ຢືນຢູ່ຊ້ອງຫນ້າພຣະເຈົ້າ

ນີ້ໄດ້ຖືກກ່າວເຖິງວ່າເປັນຄຳຕຳນິຕໍ່ເຊກາຣິຢາ. ການປະກົດຕົວຂອງຄັບຣິເອນ, ມາຈາກພຣະເຈົ້າໂດຍກົງ, ຄວນຈະເປັນຫລັກຖານພຽງພໍສຳລັບເຊກາຣິຢາ.

ຜູ້ທີ່ຢືນຢູ່

"ຜູ້ທີ່ທຳຫນ້າທີ່"

ຂ້ອຍໄດ້ຖືກສົ່ງໄປເວົ້າກັບເຈົ້າ

ນີ້ສາມາດຖືກລະບຸໄວ້ໃນຮູບແບບທີ່ຫ້າວຫັນ. ອາດເເປໃດ້ວ່າ: "ພຣະເຈົ້າໄດ້ສົ່ງຂ້ອຍໄປເວົ້າກັບເຈົ້າ" (ເບິ່ງ: rc://*/ta/man/translate/figs-activepassive)

ຈົ່ງເບິ່ງ

ຄຳວ່າ "ຈົ່ງເບິ່ງ" ໃນນີ້ເຕືອນພວກເຮົາໃຫ້ເອົາໃຈໃສ່ກັບຂໍ້ມູນທີ່ຫນ້າປະຫລາດໃຈທີ່ຕິດຕາມມາ.

ງຽບ, ບໍ່ສາມາດເວົ້າໄດ້

ສິ່ງເຫລົ່ານີ້ຫມາຍເຖິງສິ່ງດຽວກັນ, ແລະຖືກຊ້ຳອີກເພື່ອເນັ້ນຫນັກເຖິງຄວາມສົມບູນຂອງຄວາມງຽບຂອງລາວ. ອາດແປໄດ້ອີກວ່າ: "ເວົ້າບໍ່ໄດ້" ຫລື "ເວົ້າບໍ່ໄດ້ເລີຍ" (ເບິ່ງ: rc://*/ta/man/translate/figs-doublet)

ບໍ່ເຊື່ອຄຳເວົ້າຂອງຂ້ອຍ

"ບໍ່ເຊື່ອສິ່ງທີ່ຂ້ອຍເວົ້າ"

ໃນເວລາທີ່ເຫມາະສົມ

"ໃນເວລາທີ່ກຳນົດ"