lo_tn/luk/01/16.md

4.3 KiB

ປະຊາຊົນຂອງອິສະຣາເອນຈໍານວນທີ່ຫລາຍ

ຖ້າຟັງຄືວ່າເຊກາຣີຢາບໍ່ໄດ້ລວມຢູ່, ປະໂຫຍກນີ້ອາດຈະຖືກແປເປັນ "ລູກຫລານອິສະຣາເອນຫລາຍຄົນ" ຫລື "ພວກເຈົ້າຫລາຍໆຄົນທີ່ເປັນປະຊາຊົນຂອງພຣະເຈົ້າ, ອິສະຣາເອນ." ຖ້າການປ່ຽນແປງນີ້ຖືກເຮັດ, ໃຫ້ແນ່ໃຈວ່າ "ພຣະເຈົ້າຂອງພວກເຂົາ" ຍັງຖືກປ່ຽນເປັນ "ພຣະເຈົ້າຂອງທ່ານ."

ໄດ້ຮັບການຫັນ

"ຫັນກັບ" ຫລື "ກັບຄືນ"

ຈະໄປກ່ອນຫນ້າພຣະຜູ້ເປັນເຈົ້າ

ລາວຈະໄປລ່ວງຫນ້າເພື່ອປະກາດແກ່ປະຊາຊົນວ່າພຣະຜູ້ເປັນເຈົ້າຈະມາຫາພວກເຂົາ.

ກ່ອນຫນ້າຂອງພຣະຜູ້ເປັນເຈົ້າ

ທີ່ນີ້, "ກ່ອນຫນ້າຂອງ" ແມ່ນຄຳເວົ້າທີ່ຫມາຍເຖິງການມີຢູ່ຂອງພຣະຜູ້ເປັນເຈົ້າ. ບາງຄັ້ງມັນຖືກຍົກເວັ້ນໃນການແປພາສາ. ອາດແປໄດ້ອີກວ່າ: "ກ່ອນ."

ດ້ວຍວິນຍານ ແລະ ພະລັງອຳນາດຂອງເອລີຢາ

"ດ້ວຍວິນຍານ ແລະ ພະລັງອຳນາດອັນດຽວກັນທີ່ເອລີຢາມີ." ຄຳວ່າ "ວິນຍານ" ບໍ່ໄດ້ຫມາຍເຖິງພຣະວິນຍານບໍຣິສຸດຂອງພຣະເຈົ້າ ຫລື ທັສະນະຄະຕິ ຫລືື ວິທີການຄິດຂອງເອລີຢາ. ໃຫ້ແນ່ໃຈວ່າຄຳວ່າວິນຍານບໍ່ໄດ້ຫມາຍເຖິງວິນຍານຜີຫລືຜີຮ້າຍ.

ຫັນໃຈຂອງບັນພະບຸຣຸດມາສູ່ເດັກນ້ອຍ

"ຊັກຊວນພໍ່ໃຫ້ເອົາໃຈໃສ່ເບິ່ງແຍງລູກຂອງພວກເຂົາອີກຄັ້ງ" ຫລື "ເຮັດໃຫ້ພໍ່ກັບຄືນຄວາມສຳພັນກັບລູກຂອງພວກເຂົາ"

ຫັນຫົວໃຈ

ຫົວໃຈຖືກເວົ້າເຖິງວ່າມັນເປັນສິ່ງທີ່ສາມາດຫັນໄປສູ່ທິດທາງອື່ນ. ນີ້ຫມາຍເຖິງການປ່ຽນທັສະນະຄະຕິຂອງຜູ້ໃດຜູ້ຫນຶ່ງ ຕໍ່ບາງສິ່ງບາງຢ່າງ. (ເບິ່ງ: rc://*/ta/man/translate/figs-metaphor)

ການບໍ່ເຊື່ອຟັງທີ່ຈະຍ່າງ

"ຍ່າງ" ແມ່ນການປຽບທຽບ ສຳລັບວິຖີຊີວິດຂອງຄົນເຮົາແລະການກະທຳ. ອາດເເປໃດ້ອີກວ່າ: "ຄົນທີ່ບໍ່ເຊື່ອຟັງຈະກະທຳ" ຫລື "ຄົນທີ່ບໍ່ເຊື່ອຟັງຈະມີຊີວິດຢູ່" (ເບິ່ງ: rc://*/ta/man/translate/figs-metaphor)

ການບໍ່ເຊື່ອຟັງ

"ຄົນທີ່ບໍ່ເຊື່ອຟັງ"

ຈົ່ງກຽມພ້ອມສຳລັບອົງພຣະຜູ້ເປັນເຈົ້າ

ມັນບໍ່ໄດ້ຖືກລະບຸວ່າພວກເຂົາຈະກຽມພ້ອມໄດ້ແນວໃດ. ຂໍ້ມູນທີ່ບົ່ງບອກນີ້ສາມາດຖືກເພີ່ມ. ອາດເເປໃດ້ວ່າ: "ກຽມພ້ອມທີ່ຈະເຊື່ອຂ່າວສານຂອງພຣະຜູ້ເປັນເຈົ້າ" ຫລື "ກຽມພ້ອມທີ່ຈະເຊື່ອຟັງພຣະຜູ້ເປັນເຈົ້າ" (ເບິ່ງ: rc://*/ta/man/translate/figs-explicit)