lo_tn/lev/26/34.md

2.9 KiB

ເເລ້ວເເຜ່ນດິນນັ້ນຈະຍິນດີໃນວັນສະບາໂຕ

ປະຊາຊົນຕ້ອງເຊື່ອຖືກົດບັນຍັດໃນວັນຊະບາໂຕໂດຍບໍ່ເຮັດໄຮ່ເຮັດນາທຸກໆປີທີ່ເຈັດ. ພຣະເຈົ້າກ່າວກ່ຽວກັບເລື່ອງນີ້ຄືກັບວ່າແຜ່ນດິນເປັນບຸກຄົນທີ່ຈະເຊື່ອຟັງກົດບັນຍັດ ແລະພັກຜ່ອນ. ອາດຈະແປໄດ້ອີກວ່າ: "ຫລັງຈາກນັ້ນທີ່ດິນຈະພັກຜ່ອນຕາມກົດຫມາຍຂອງວັນຊະບາໂຕ" ຫລື "ຫລັງຈາກນັ້ນ, ຕາມທີ່ໄດ້ກຳນົດໄວ້ໃນກົດຫມາຍວັນຊະບາໂຕ, ທີ່ດິນຈະບໍ່ຖືກເຮັດໄຮ່ເຮັດນາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ເເຜ່ນດິນກໍຈະຢຸດພັກ

ພຣະເຈົ້າກ່າວກ່ຽວກັບທີ່ດິນທີ່ບໍ່ໄດ້ເຮັດໄຮ່ເຮັດນາ ຄືກັບວ່າມັນເປັນຄົນທີ່ຈະພັກຜ່ອນ. ອາດຈະແປໄດ້ອີກວ່າ: "ມັນຈະບໍ່ຖືກເຮັດໄຮ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ເຮົາຈະສົ່ງຄວາມຢ້ານກົວເຂົ້າມາຍັງຈິດໃຈຂອງພວກເຈົ້າ

ການສົ່ງຄວາມຢ້ານກົວເຂົ້າໄປໃນໃຈຂອງພວກເຂົາເປັນຕົວແທນເຮັດໃຫ້ພວກເຂົາຢ້ານ. ອາດຈະແປໄດ້ອີກວ່າ: "ເຮົາຈະເຮັດໃຫ້ພວກເຈົ້າຢ້ານກົວຫລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເເລະພວກເຈົ້າຈະຫນີເຫມືອນດັ່ງພວກເຈົ້າກຳລັງຫນີດາບ

ດາບເປັນຕົວແທນໃຫ້ຄົນທີ່ພ້ອມທີ່ຈະຂ້າໂດຍໃຊ້ດາບ ຫລື ໂຈມຕີຈາກກອງທັບຂອງສັດຕູ. ອາດຈະແປໄດ້ອີກວ່າ: "ຄືກັບວ່າພວກເຈົ້າກຳລັງຫລົບຫນີຈາກຄົນທີ່ກຳລັງໄລ່ພວກເຈົ້າດ້ວຍດາບ" ຫລື "ຄືກັບວ່າພວກເຈົ້າກຳລັງຫລົບຫນີຈາກກອງທັບຂອງສັດຕູ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)