lo_tn/lev/26/31.md

3.5 KiB

ເຮົາຈະປ່ຽນເມືອງຂອງພວກເຈົ້າໃຫ້ກາຍເປັນຊາກແຕກຫັກ ເເລະທຳລາຍສະຖານທີ່ນະມັດສະການຂອງພວກເຈົ້າ

ເພາະວ່າພຣະເຈົ້າຈະສົ່ງກອງທັບໄປເຮັດສິ່ງເຫລົ່ານີ້ ພຣະອົງຈຶ່ງເວົ້າຄືກັບວ່າພຣະອົງຈະເຮັດ. ອາດຈະແປໄດ້ອີກວ່າ: "ເຮົາຈະສົ່ງກອງທັບສັດຕູເພື່ອເຮັດໃຫ້ເມືອງຕ່າງໆຂອງພວກເຈົ້າກາຍເປັນຊາກແຕກຫັກ ແລະ ທຳ ລາຍບ່ອນສັກສິດຂອງພວກເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ສະຖານທີ່ນະມັດສະການຂອງພວກເຈົ້າ

ນີ້ແມ່ນສະຖານທີ່ບ່ອນທີ່ຜູ້ຄົນນະມັດສະການຮູບເຄົາລົງແທນທີ່ຈະເປັນພຣະເຈົ້າ.

ເຮົາຈະບໍ່ພໍໃຈກິ່ນຫອມເເຫ່ງເຄື່ອງບູຊາຂອງພວກເຈົ້າ

ໂດຍປົກກະຕິຄວາມເພິ່ງພໍໃຈຂອງພຣະຜູ້ເປັນເຈົ້າກັບກິ່ນຫອມສະແດງຄວາມເພິ່ງພໍໃຈຂອງພຣະອົງກັບຜູ້ທີ່ເຜົາເຄື່ອງຖວາຍບູຊາ. ແຕ່ໃນກໍລະນີນີ້, ປະຊາຊົນຈະເຜົາເຄື່ອງຖວາຍ, ແຕ່ພຣະເຈົ້າບໍ່ພໍໃຈກັບພວກເຂົາ. ອາດຈະແປໄດ້ອີກວ່າ: "ພວກເຈົ້າຈະເຜົາເຄື່ອງຖວາຍແຕ່ເຮົາຈະບໍ່ພໍໃຈກັບພວກເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຮົາຈະຊັກດາບຂອງເຈົ້າອອກ ເເລະໄລ່ຕາມພວກເຈົ້າ

ນີ້ຫມາຍເຖິງການສົ່ງກອງທັບໄປໂຈມຕີພວກເຂົາ. ອາດຈະແປໄດ້ອີກວ່າ: "ເຮົາຈະສົ່ງກອງທັບສັດຕູມາໂຈມຕີພວກເຈົ້າ" ຫລື "ເຮົາຈະສົ່ງກອງທັບສັດຕູມາໂຈມຕີພວກເຈົ້າດ້ວຍດາບຂອງພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເເຜ່ນດິນຂອງພວກເຈົ້າຈະຖືກຖິ້ມຮ້າງໄວ້, ເເລະເມືອງຕ່າງໆຂອງພວກເຈົ້າຈະກາຍເປັນຊາກປັກຫັກພັງ

ນີ້ສາມາດຖືກລະບຸໄວ້ໃນຮູບແບບການກະທຳ. ອາດຈະແປໄດ້ອີກວ່າ: "ພວກເຈົ້າຈະປະຖິ້ມດິນແດນຂອງພວກເຈົ້າ, ແລະສັດຕູຂອງພວກເຈົ້າຈະທຳລາຍເມືອງຕ່າງໆຂອງເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)