lo_tn/lev/26/03.md

1.5 KiB

ດຳເນີນຢູ່ໃນກົດຫມາຍຂອງເຮົາ ເເລະຮັກສາບັນຍັດຕ່າງໆ ຂອງເຮົາເເລະເຮັດຕາມນັ້ນ

ນີ້ແມ່ນສາມວິທີການເວົ້າແບບດຽວກັນ. ພວກເຂົາເນັ້ນຫນັກວ່າປະຊາຊົນຕ້ອງເຊື່ອຟັງທຸກສິ່ງທີ່ພຣະເຈົ້າສັ່ງໃຫ້ເຮັດ. ອາດຈະແປໄດ້ອີກວ່າ: "ຖ້າພວກເຈົ້າປະຕິບັດຕາມກົດຫມາຍ ແລະ ຄຳສັ່ງຂອງເຮົາຢ່າງລະມັດລະວັງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ດຳເນີນຢູ່ໃນກົດຫມາຍຂອງເຮົາ

ການປະພຶດຕາມລະບຽບກົດຫມາຍ ແມ່ນເວົ້າເຖິງວ່າພວກເຂົາຈະຕ້ອງປະຕິບັດຕາມກົດ ຫມາຍ. ອາດຈະແປໄດ້ອີກວ່າ: "ຖ້າພວກເຈົ້າປະພຶດຕົວຕາມກົດຫມາຍຂອງເຮົາ" ຫລື "ຖ້າພວກເຈົ້າດຳລົງຊີວິດຕາມກົດຫມາຍ ຂອງເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)