lo_tn/lev/24/19.md

3.4 KiB

ຂໍ້ມູນເຊື່ອມຕໍ່:

ພຣະເຈົ້າບອກໂມເຊຕໍ່ໄປວ່າຜູ້ຄົນຕ້ອງເຮັດຫຍັງ ເມື່ອບາງຄົນເຮັດສິ່ງທີ່ບໍ່ດີ.

ເຂົາຕ້ອງຖືກເຮັດເຊັ່ນດຽວກັນກັບທີ່ເຂົາໄດ້ເຮັດ

ນີ້ສາມາດຖືກລະບຸໄວ້ໃນຮູບແບບການກະທຳ. ອາດຈະແປໄດ້ອີກວ່າ: "ພວກເຈົ້າຕ້ອງເຮັດກັບເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ກະດູກຫັກຕໍ່ກະດູກຫັກຕາຕໍ່ຕາ, ແຂ້ວຕໍ່ແຂ້ວ

ວະລີເຫລົ່ານີ້ເນັ້ນຫນັກວ່າ ບຸກຄົນຄວນຈະໄດ້ຮັບຄວາມອັນຕະລາຍຄືກັນທີ່ລາວໄດ້ເຮັດກັບຄົນອື່ນ.

ກະດູກຫັກຕໍ່ກະດູກຫັກ

ນີ້ຫມາຍເຖິງກະດູກຫັກ. ອາດຈະແປໄດ້ອີກວ່າ: "ກະດູກທີ່ແຕກຫັກສຳ ລັບກະດູກຫັກ" ຫລື "ຖ້າລາວຫັກກະດູກຂອງຜູ້ໃດຜູ້ຫນຶ່ງ, ກະດູກຂອງລາວຕ້ອງຖືກຫັກ" ຫລື "ຖ້າລາວຫັກກະດູກຂອງຜູ້ໃດຜູ້ຫນຶ່ງ, ພວກເຂົາຈະຫັກກະດູກຂອງລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຕາຕໍ່ຕາ

ນີ້ຫມາຍເຖິງດວງຕາທີ່ໄດ້ຮັບບາດເຈັບຢ່າງຫນັກ ຫລື ຖືກເຈາະອອກ. ອາດຈະແປໄດ້ອີກວ່າ: "ຖ້າລາວທຳລາຍດວງຕາຂອງຜູ້ໃດຜູ້ຫນຶ່ງໃນກະດູກຂອງລາວຕ້ອງຖືກທຳລາຍ" ຫລື "ຖ້າລາວທຳລາຍດວງຕາຂອງຜູ້ໃດຜູ້ຫນຶ່ງ, ພວກເຂົາຈະທຳລາຍດວງຕາຂອງລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ແຂ້ວຕໍ່ແຂ້ວ

ນີ້ຫມາຍເຖິງແຂ້ວຖືກກະແທກອອກຈາກປາກ.ອາດຈະແປໄດ້ອີກວ່າ: "ຖ້າລາວເຄາະແຂ້ວຂອງຄົນອື່ນ, ແຂ້ວຂອງລາວຕ້ອງຖືກເຄາະອອກ ມາ" ຫລື "ຖ້າລາວເຄາະແຂ້ວຂອງຜູ້ໃດຜູ້ຫນຶ່ງ, ພວກເຂົາຈະເຄາະແຂ້ວຂອງລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຜູ້ໃດຂ້າຄົນຕ້ອງຮັບໂທດເຖິງຕາຍ

ນີ້ສາມາດຖືກລະບຸໄວ້ໃນຮູບແບບການກະທຳ.ອາດຈະແປໄດ້ອີກວ່າ: "ພວກເຂົາຕ້ອງປະຫານຊີວິດຜູ້ທີ່ຂ້າຄົນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)