lo_tn/lev/23/30.md

2.6 KiB

ຂໍ້ມູນເຊື່ອມຕໍ່:

ພຣະຢາເວສືບຕໍ່ບອກໂມເຊກ່ຽວກັບສິ່ງທີ່ຜູ້ຄົນຕ້ອງເຮັດໃນແຕ່ລະປີ.

ໃນວັນນັ້ນ

"ໃນວັນລຶບລ້າງແຫ່ງການລ້າງມົນທິນ"

ນີ້ຈະເປັນກົດເກນຖາວອນຕະຫລອດຊົ່ວເຊື້ອສາຍຂອງເຈົ້າ

ນີ້ຫມາຍຄວາມວ່າພວກເຂົາ ແລະ ລູກຫລານຂອງພວກເຂົາຕ້ອງເຊື່ອຟັງຄຳສັ່ງນີ້ຕະຫລອດໄປ. ເບິ່ງເພີ່ມເຕີມທີ່ທ່ານແປປະໂຫຍກນີ້ໃນຂໍ້ 3:15.

ວັນສະບາໂຕເເຫ່ງການຫຍຸດພັກຢ່າງຈິງຈັງ

ນີ້ບໍ່ຄືກັນກັບວັນຊະບາໂຕທີ່ພວກເຂົາໄດ້ສັງເກດເຫັນທຸກໆອາທິດໃນວັນທີເຈັດ. ນີ້ແມ່ນວັນຊະບາໂຕພິເສດໃນມື້ແຫ່ງການລຶບລ້າງມົນທິນ.

ພວກເຈົ້າຕ້ອງຖ່ອມໂຕລົງ

ໃນກໍລະນີນີ້ຖ່ອມຕົວເອງຫມາຍຄວາມວ່າພວກເຂົາຈະບໍ່ກິນອາຫານໃດໆ. ສິ່ງນີ້ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດຈະແປໄດ້ອີກວ່າ: "ພວກເຈົ້າຕ້ອງຖ່ອມຕົວ ແລະບໍ່ກິນຫຍັງເລີຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ທີເກົ້າຂອງເດືອນນັ້ນ

ນີ້ຫມາຍເຖິງເດືອນເຈັດຂອງປະຕິທິນຍິວ. ມື້ທີເກົ້າໃກ້ຈະຮອດທ້າຍເດືອນກັນຍາຕາມປະຕິທິນຕາເວັນຕົກ. ນີ້ສາມາດເຮັດໃຫ້ມີຄວາມຊັດເຈນ. ອາດຈະແປໄດ້ອີກວ່າ: "ມື້ທີເກົ້າຂອງເດືອນເຈັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຈາກເວລາຕອນເເລງເຖິງຕອນຄໍ່າມືດ

"ຕັ້ງແຕ່ຕາເວັນຕົກດິນຈົນຮອດຕາເວັນຕົກໃນມື້ຕໍ່ມາ"