lo_tn/lev/22/01.md

2.6 KiB

ຈົ່ງບອກພວກເຂົາໃຫ້ຢູ່ຫ່າງຈາກສິ່ງບໍລິສຸດ

"ບອກພວກເຂົາໃນເວລາທີ່ພວກເຂົາຄວນຫລີກລ້ຽງຈາກສິ່ງສັກສິດ." ພຣະຢາເວກຳລັງຈະພັນລະນາສະຖານະການທີ່ປະໂຣຫິດບໍ່ສະອາດ ແລະ ບໍ່ໄດ້ຮັບອະນຸຍາດໃຫ້ແຕະຕ້ອງສິ່ງສັກສິດ.

ເຮັດໃຫ້ນາມຂອງເຮົາຖືກຢຽດຢາມ

ຄຳວ່າ" ຖືກຢຽດຢາມ" ທີ່ນີ້ຫມາຍເຖິງການເສຍຊື່ສຽງ. ຄຳວ່າ "ຊື່" ສະແດງເຖິງຄຸນລັກສະນະຂອງພຣະຢາເວ. ອາດຈະແປໄດ້ອີກວ່າ: "ທຳລາຍເສຍຊື່ສຽງຂອງເຮົາ" ຫລື "ເຮັດໃຫ້ເສຍຊື່ສຽງເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ໃນຕະຫລອດຊົ່ວອາຍຸຂອງພວກເຈົ້າ

"ຈາກ​ນີ້​ໄປ"

ໃນຂະນະທີ່ເຂົາເປັນມົນທິນ

ບຸກຄົນທີ່ຍອມຮັບບໍ່ໄດ້ສຳລັບຈຸດປະສົງຂອງພຣະເຈົ້າຈະຖືກກ່າວເຖິງຄືກັບວ່າຄົນນັ້ນບໍ່ສະອາດທາງຮ່າງກາຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ນນັ້ນຈະຕ້ອງຖືກຕັດອອກຈາກຫນ້າເຮົາ

ປະໂຣຫິດທີ່ບໍ່ສາມາດຮັບໃຊ້ພຣະຢາເວໄດ້ຖືກກ່າວເຖິງຄືກັບວ່າບຸກຄົນນັ້ນໄດ້ຖືກຕັດອອກຈາກທີ່ປະທັບຂອພຣະຢາເວ, ຄືກັບຜູ້ຫນຶ່ງຈະຕັດຜ້າຫລືຕັດກິ່ງງ່າຈາກຕົ້ນໄມ້. ສິ່ງນີ້ສາມາດແປເປັນຮູບແບບການກະທຳ. ອາດຈະແປໄດ້ອີກວ່າ: "ຄົນນັ້ນຈະບໍ່ສາມາດຮັບໃຊ້ເປັນປະໂຣຫິດອີກຕໍ່ໄປ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-activepassive]])