lo_tn/lev/19/05.md

4.5 KiB

ຂໍ້ມູນທົ່ວໄປ:

ພຣະຢາເວສືບຕໍ່ບອກໂມເຊກ່ຽວກັບສິ່ງທີ່ປະຊາຊົນບໍ່ຕ້ອງເຮັດ ຊຶ່ງຈະເຮັດໃຫ້ພວກເຂົາເປັນມົນທິນ.

ພວກເຈົ້າຕ້ອງຖວາຍເຄື່ອງບູຊາທີ່ເຮັດໃຫ້ຕົວເຈົ້າເປັນທີ່ຍອມຮັບ

ສິ່ງນີ້ສາມາດແປເປັນຮູບແບບການກະທຳ. ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1)ພຣະຢາເວຈະຍອມຮັບຄົນທີ່ຖວາຍເຄື່ອງບູຊາ. ອາດຈະແປໄດ້ອີກວ່າ: "ພວກເຈົ້າຕ້ອງຖວາຍມັນຢ່າງຖືກຕ້ອງ ເພື່ອເຮົາຈະຍອມຮັບເຈົ້າ" ຫລື 2) ພຣະຢາເວຈະຍອມຮັບການຖວາຍຈາກບຸກຄົນນັ້ນ. ອາດຈະແປໄດ້ອີກວ່າ: "ພວກເຈົ້າຕ້ອງຖວາຍມັນຢ່າງຖືກຕ້ອງ ເພື່ອເຮົາຈະຍອມຮັບການຖວາຍຂອງເຈົ້າ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-explicit]] ແລະ [[rc:///ta/man/translate/figs-activepassive]])

ເຄື່ອງບູຊານັ້ນຕ້ອງກິນ

ສິ່ງນີ້ສາມາດແປເປັນຮູບແບບການກະທຳ. ອາດຈະແປໄດ້ອີກວ່າ: "ພວກເຈົ້າຕ້ອງກິນມັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ມັນຈະຕ້ອງເຜົາ

ສິ່ງນີ້ສາມາດແປເປັນຮູບແບບການກະທຳ. ອາດຈະແປໄດ້ອີກວ່າ: "ພວກເຈົ້າຕ້ອງເຜົາມັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຖ້າໄດ້ກິນຫມົດແລ້ວ

ສິ່ງນີ້ສາມາດແປເປັນຮູບແບບການກະທຳ. ອາດຈະແປໄດ້ອີກວ່າ: "ຖ້າພວກເຈົ້າກິນມັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ທຸກຄົນ...ຕ້ອງແບກຮັບຄວາມຜິດຂອງຕົນເອງ

ຄວາມຮູ້ສຶກຜິດຂອງຄົນເຮົາຖືກກ່າວເຖິງຄືກັບວ່າມັນເປັນວັດຖຸທາງຮ່າງກາຍທີ່ບຸກຄົນນັ້ນແບກຫາບ. ໃນທີ່ນີ້ຄຳວ່າ "ຄວາມຜິດ" ສະແດງເຖິງການລົງໂທດສຳລັບຄວາມຮູ້ສຶກຜິດນັ້ນ.ອາດຈະແປໄດ້ອີກວ່າ: "ທຸກຄົນ ... ແມ່ນຮັບຜິດຊອບຕໍ່ຄວາມຜິດຂອງຕົນເອງ" ຫລື "ພຣະຢາເວຈະລົງໂທດທຸກຄົນ ... ເພາະບາບຂອງລາວ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-metonymy]])

ຄົນນັ້ນຕ້ອງຖືກຕັດອອກຈາກຊົນຊາດຂອງເຂົາ

ບຸກຄົນຫນຶ່ງທີ່ຖືກໄລ່ອອກຈາກຊຸມຊົນຂອງລາວຖືກເວົ້າເຖິງວ່າລາວໄດ້ຖືກຕັດອອກຈາກປະຊາຊົນຂອງລາວ, ຄືກັບຄົນຫນຶ່ງຈະຕັດຜ້າ ຫລື ຕັດກິ່ງຈາກຕົ້ນໄມ້. ສິ່ງນີ້ສາມາດແປເປັນຮູບແບບການກະທຳ. ເບິ່ງເພີ່ມເຕີມທີ່ທ່ານແປຄຳປຽບທຽບນີ້ໃນຂໍ້ 7:19. "ບຸກຄົນຈະບໍ່ມີຊີວິດຢູ່ໃນບັນດາປະຊາຊົນຂອງລາວອີກຕໍ່ໄປ" ຫລື "ທ່ານຕ້ອງແຍກອອກຈາກປະຊາຊົນຂອງລາວ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-activepassive]])