lo_tn/lev/16/15.md

2.5 KiB

ຂໍ້ມູນທົ່ວໄປ:

ພຣະຢາເວບອກໂມເຊຕໍ່ສິ່ງທີ່ອາໂຣນຕ້ອງເຮັດໃນມື້ແຫ່ງການລົບລ້າງຄວາມຜິດບາບ.

ເຂົາຕ້ອງເອົາເລືອດນັ້ນເທິງຝາຫີບເເຫ່ງການລົບລ້າງມົນທິນບາບ

ອາໂຣນຊີດເລືອດໃນແບບດຽວກັບທີ່ລາວເຮັດກັບເລືອດງົວ. ເບິ່ງເພີ່ມເຕີມທີ່ທ່ານແປຄຳນີໃນຂໍ້ 16:14.

ເຂົາຕ້ອງເຮັດການລົບລ້າງມົນທິນຂອງສະຖານທີ່ບໍລິສຸດອັນເນື່ອງມາຈາກການເຮັດໃຫ້ເປັນມົນທິນຂອງປະຊາຊົນອິດສະຣາເອນ

ບາບຂອງປະຊາຊົນອິດສະຣາເອນເຮັດໃຫ້ສະຖານທີ່ບໍລິສຸດບໍ່ສະອາດ.

ການເຮັດໃຫ້ເປັນມົນທິນ...ການກະບົດ...ຄວາມບາບ

ຄຳສັບເຫລົ່ານີ້ຫມາຍຄວາມວ່າ ໂດຍພື້ນຖານແລ້ວແມ່ນສິ່ງດຽວກັນ. ພວກເຂົາເນັ້ນຫນັກວ່າປະຊາຊົນໄດ້ກະທຳບາບທຸກປະເພດ.

ການເຮັດໃຫ້ເປັນມົນທິນ

ການກະທຳທີ່ເຮັດບາບທີ່ເຮັດໃຫ້ຄົນຍອມຮັບກັບພຣະຢາເວແມ່ນເວົ້າເຖິງວ່າພວກເຂົາເປັນການກະທຳທີ່ບໍ່ສະອາດທາງຮ່າງກາຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ໄດ້ສະຖິດຢູ່ທ່າມກາງການກະທຳທີ່ເປັນມົນທິນຂອງພວກເຂົາ

ປະໂຫຍກທີ່ວ່າ "ການກະທຳທີ່ບໍ່ສະອາດຂອງພວກເຂົາ" ເປັນຕົວແທນໃຫ້ແກ່ຜູ້ທີ່ກະທຳຜິດ. ອາດຈະແປໄດ້ອີກວ່າ: "ຢູ່ຕໍ່ຫນ້າຄົນທີ່ກະທຳຜິດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)