lo_tn/lev/05/17.md

2.4 KiB

ບັນຊາໄວ້ບໍ່ໃຫ້ເຮັດ

ນີ້ສາມາດຖືກລະບຸໄວ້ໃນຮູບແບບການກະທຳ. ອາດຈະແປໄດ້ອີກວ່າ: "ໄດ້ສັ່ງປະຊາຊົນບໍ່ໃຫ້ເຮັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຕ້ອງແບກຮັບຄວາມຜິດຂອງຕົນເອງ

ຄວາມຜິດຂອງຄົນເຮົາຖືກກ່າວເຖິງຄືກັບວ່າມັນເປັນວັດຖຸທາງຮ່າງກາຍທີ່ບຸກຄົນນັ້ນແບກຫາບ. ໃນທີ່ນີ້ຄຳວ່າ "ຄວາມຜິດ" ສະແດງເຖິງການລົງໂທດສຳລັບຄວາມຮູ້ສຶກຜິດນັ້ນ. ອາດຈະແປໄດ້ອີກວ່າ: "ລາວຮັບຜິດຊອບຕໍ່ຄວາມຜິດຂອງຕົນເອງ" ຫລື "ພຣະຢາເວຈະລົງໂທດລາວຕໍ່ບາບຂອງລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຊຶ່ງມີມູນຄ່າເທົ່າກັບ

ນີ້ຫມາຍຄວາມວ່າບຸກຄົນດັ່ງກ່າວຕ້ອງໄດ້ ກຳນົດຈຳນວນເງີນທີ່ຄ່າໃຊ້ຈ່າຍໂດຍການນຳໃຊ້ມາດຕະຖານທີ່ເປັນທາງການຂອງຫໍເຕັນບໍຣິສຸດສັກສິດ. ເບິ່ງເພີ່ມເຕີມການແປຄຳນີ້ໃນຂໍ້ 5:14. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis)

ເຂົາຈະໄດ້ຮັບການອະໄພ

ນີ້ສາມາດຖືກລະບຸໄວ້ໃນຮູບແບບການກະທຳ. ອາດຈະແປໄດ້ອີກວ່າ: "ພຣະຢາເວຈະໃຫ້ອະໄພບາບຂອງຜູ້ນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ເຂົາມີຄວາມຜິດຕໍ່ພຣະຢາເວຢ່າງເເນ່ນອນ

"ພຣະຢາເວຖືວ່າລາວມີຄວາມຜິດຢ່າງແນ່ນອນ"