lo_tn/lev/05/14.md

3.4 KiB

ເຮັດບາບຕໍ່ສິ່ງທີ່ເປັນຂອງພຣະຢາເວ

ນີ້ຫມາຍຄວາມວ່າຜູ້ທີ່ເຮັດບາບໂດຍບໍ່ຖວາຍສິ່ງທີ່ພຣະຢາເວສັ່ງໃຫ້ເຂົາ. ອາດຈະແປໄດ້ອີກວ່າ: "ບາບໂດຍການບໍ່ຍອມຮັບແດ່ພຣະຢາເວສິ່ງທີ່ເປັນຂອງພຣະຢາເວ"

ຕ້ອງຕີລາຄາເເກະນັ້ນເປັນເງິນເຊເຄ

ນີ້ສາມາດຖືກລະບຸໄວ້ໃນຮູບແບບການກະທຳ. ອາດຈະແປໄດ້ອີກວ່າ: "ລາວຕ້ອງກຳນົດຈຳນວນເງິນເຊເຄທີ່ຄ່າໃຊ້ຈ່າຍສຳລັບແກະ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ເຊເຄ

ເຊເຄມີນໍ້າຫນັກປະມານ 11 ກຣາມ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-bmoney)

ເປັນເຊເຄຂອງສະຖານນະມັດສະການ

ນີ້ອາດຈະຫມາຍຄວາມວ່າ ມີຢ່າງຫນ້ອຍສອງວິທີໃນການວັດແທກເງິນເຊເຄ. ນີ້ຫມາຍເຖິງ ວິທີການທີ່ປະໂຣຫິດຂອງພຣະວິຫານຊັ່ງນໍ້າ ຫນັກເຊເຄ. ອາດຈະແປໄດ້ອີກວ່າ: "ມາດຕະຖານທີ່ເປັນທາງການໃນເຕັນບໍຣິສຸດສັກສິດ"

ສະຖານນະມັດສະການ

ນີ້ແມ່ນອີກຊື່ຫນຶ່ງສຳລັບຫໍເຕັນບໍຣິສຸດສັກສິດ.

ເຂົາຕ້ອງເພີ່ມອີກຫນຶ່ງໃນຫ້າ

ຫ້າ - ຫມາຍຄວາມວ່າຄົນນັ້ນຕ້ອງຈ່າຍຄ່າພິເສດຫນຶ່ງສ່ວນຫ້າຂອງມູນຄ່າຂອງສິ່ງທີ່ລາວເປັນຫນີ້ແດ່ພຣະຢາເວ.

ຫນຶ່ງໃນຫ້າ

ຫ້າ - ນີ້ແມ່ນພາກສ່ວນຫນຶ່ງໃນຫ້າສ່ວນເທົ່າກັນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-fraction)

ປະໂຣຫິດຈະເຮັດການລົບລ້າງບາບທີ່ເຂົາໄດ້ເຮັດບາບໄປ

ຄຳນາມທີ່ບໍ່ມີຕົວຕົນ "ຊົດໃຊ້" ສາມາດຖືກກ່າວເຖິງເປັນຄຳກິລິຍາ. ອາດຈະແປໄດ້ອີກວ່າ: "ປະໂລຫິດຈະຊົດໃຊ້ແທນບາບທີ່ຄົນໄດ້ກະທຳ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ຈະໄດ້ຮັບການອະໄພ

ນີ້ສາມາດຖືກລະບຸໄວ້ໃນຮູບແບບການກະທຳ. ອາດຈະແປໄດ້ອີກວ່າ: "ພຣະຢາເວຈະໃຫ້ອະໄພບາບຂອງຜູ້ນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)