lo_tn/lam/02/03.md

2.3 KiB

ຂໍ້ມູນທົ່ວໄປ:

ຜູ້ຂຽນສຶບຕໍ່ໃຊ້ຄຳປຽບທຽບເພື່ອສະແດງຄວາມກົງກັນຂ້ວາມຂອງພຣະເຈົ້າຕໍ່ຢູດາ.

ພຣະອົງຕັດເຂົາທຸກເຂົາຂອງອິສະຣາເອນອອກ

ໃນນີ້ຄຳວ່າ "ເຂົາ" (ທີ່ເປັນ, ເຂົາສັດຊະນິດຫນຶ່ງ) ປຽບເຖິງ "ກຳລັງ" (ເບິ່ງ: rc://*/ta/man/translate/figs-metonymy)

ໄດ້ຖອນມືຂວາແຫ່ງການປົກປ້ອງຮັກສາຂອງພຣະອົງ

"ໄດ້ຢຸດປົກປ້ອງພວກເຮົາຈາກສັດຕຣູຂອງພວກເຮົາ. (ເບິ່ງ: rc://*/ta/man/translate/figs-metonymy)

ພຣະອົງໄດ້ກົ່ງຄັນທະນູແນໃສ່ພວກເຮົາ

ທະຫານໄດ້ກົ່ງຂັນທະນູເພື່ອຈະຍິງອອກໄປ. ອາດແປໄດ້ອີກວ່າ: "ພຣະອົງໄດ້ເຮັດໃຫ້ຄັນທະນູພ້ອມທີ່ຈະຍິງໃສ່ພວກເຮົາ" (ເບິ່ງ: rc://*/ta/man/translate/figs-idiom)

ໃນເຕັນຂອງລູກສາວຂອງຊີໂອນ

ອາດແປໄດ້ອີກວ່າ: "ເຮືອນຂອງປະຊາຊົນໃນເຢຣູຊາເລັມ" (ເບິ່ງ: rc://*/ta/man/translate/figs-metaphor)

ລູກສາວຂອງຊີໂອນ

ນີ້ແມ່ນບົດກະວີຖືກເອີ້ນຊື່ຂອງເຢຣູຊາເລັມ, ຊຶ່ງເວົ້າຢູ່ໃນນີ້ປຽບເຫມືອນເປັນຍິງຄົນຫນຶ່ງ. (ເບິ່ງ: rc://*/ta/man/translate/figs-personification)

ໄດ້ເທຄວາມໂກດຮ້າຍຂອງພຣະອົງ ເຫມືອນໄຟແຜດເຜົາ

"ສະແດງເຖິງຄວາມໂກດຮ້າຍຂອງພຣະອົງ ໂດຍທຳລາຍທຸກໆສິ່ງ ເຫມືອນຄົນທີ່ຕັ້ງໄຟກໍ່" (ເບິ່ງ: rc://*/ta/man/translate/figs-metaphor)