lo_tn/jos/13/14.md

1.9 KiB

ໂມເຊບໍ່ໄດ້ມອບສ່ວນມໍຣະດົກ

ແຜ່ນດິນທີ່ໂມເຊໄດ້ມອບຫມາຍໃຫ້ບັນດາເຜົ່າໃນອິດສະຣາເອນ ຖືກກ່າວເຖິງຄືວ່າມັນເປັນມໍຣະດົກທີ່ພວກເຂົາ ໄດ້ຮັບເປັນກຳມະສິດຖາວອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ໃຫ້ເຄື່ອງຖວາຍແດ່ພຣະຢາເວ...ເປັນມໍຣະດົກຂອງພວກເຂົາ

ນັກຂຽນເວົ້າເຖິງກຽດສັກສີອັນຍິ່ງໃຫຍ່ທີ່ພວກເລວີ ໄດ້ຮັບໂດຍການຮັບໃຊ້ ພຣະຢາເວ ໃນຖານະປະໂລຫິດຄືກັບວ່າເຄື່ອງຖວາຍນັ້ນແມ່ນບາງສິ່ງບາງຢ່າງທີ່ພວກເຂົາຈະໄດ້ຮັບມໍຣະດົກ. ອາດຈະແປໄດ້ອີກວ່າ: "ເຄື່ອງບູຊາຂອງພຣະຢາເວ ... ເປັນສິ່ງທີ່ພວກເຂົາຈະໄດ້ຮັບຈາກອາຫານຂອງພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ໃຫ້ເຄື່ອງຖວາຍແດ່ພຣະຢາເວ

"ເຄື່ອງຖວາຍທີ່ປະຊາຊົນນຳ ໄປຖວາຍແກ່ພຣະຢາເວ"

ທີ່ເຮັດດ້ວຍໄຟ

ນີ້ສາມາດຖືກລະບຸໄວ້ໃນຮູບແບບການກະທຳ. ອາດຈະແປໄດ້ອີກວ່າ: "ທີ່ພວກປະໂລຫິດໄດ້ເຜົາດ້ວຍໄຟ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)