lo_tn/jos/08/01.md

2.4 KiB

ຢ່າຢ້ານ; ຢ່າທໍ້ຖອຍໃຈເລີຍ

ສອງວະລີນີ້ຫມາຍເຖິງພື້ນຖານຄືກັນ. ພຣະຢາເວ ລວມພວກເຂົາເພື່ອເນັ້ນຫນັກວ່າບໍ່ມີເຫດຜົນທີ່ຈະຢ້ານກົວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ເຮົາໄດ້ມອບກະສັດຂອງເມືອງອາອີ ... ແລະໄວ້ໃນມືຂອງເຈົ້າແລ້ວ

ການມອບພວກເຂົາໃຫ້ຢູ່ໃນກຳມືອິດສະຣາເອນຫມາຍເຖິງການໃຫ້ອິດສະຣາເອນມີໄຊຊະນະ ແລະ ຄວບຄຸມພວກເຂົາ. ອາດຈະແປໄດ້ອີກວ່າ: "ເຮົາໄດ້ໃຫ້ເຈົ້າເອົາຊະນະເຈົ້າກະສັດເມືອງອາອີ ແລະ ຜູ້ຄົນຂອງເພິ່ນ, ແລະເຮົາໄດ້ໃຫ້ເຈົ້າຄວບຄຸມເມືອງ ແລະ ແຜ່ນດິນຂອງເພີ່ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເຮົາໄດ້ມອບ

ພຣະເຈົ້າກ່າວເຖິງສິ່ງທີ່ພຣະອົງສັນຍາວ່າຈະເຮັດຄືກັບວ່າພຣະອົງໄດ້ເຮັດມາແລ້ວ, ເພາະວ່າພຣະອົງຈະເຮັດຢ່າງແນ່ນອນ. ອາດຈະແປໄດ້ອີກວ່າ: "ເຮົາຈະໃຫ້ຢ່າງແນ່ນອນ" ຫລື "ເຮົາກຳລັງໃຫ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-pastforfuture)

ກະສັດຂອງເມືອງນັ້ນ

ຄຳວ່າ "ເມືອງນັ້ນ" ຫມາຍເຖິງເມືອງອາອີ. ເມືອງຕ່າງໆມັກຈະຖືກກ່າວເຖິງຄືກັບວ່າພວກເຂົາເປັນແມ່ຍິງ. ອາດຈະແປໄດ້ອີກວ່າ: "ມັນເປັນກະສັດ" ຫລື "ກະສັດຂອງພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)