lo_tn/jos/07/10.md

3.7 KiB

ຂໍ້ມູນທົ່ວໄປ:

ພຣະຢາເວ ບອກໂຢຊວຍວ່າເປັນຫຍັງອິດສະຣາເອນຖືກສາບແຊ່ງ.

ເປັນຫຍັງທ່ານນອນຢູ່ເທິງໃບຫນ້າຂອງທ່ານ?

ພຣະເຈົ້າໃຊ້ ຄຳຖາມນີ້ ເພື່ອຕຳນິຕິຕຽນໂຢຊວຍ ຍ້ອນນອນຢູ່ເທິງຫນ້າຂອງລາວ. ອາດຈະແປໄດ້ອີກວ່າ: "ຢຸດນອນຢູ່ບ່ອນນັ້ນດ້ວຍໃບຫນ້າ ຂອງທ່ານໃນບ່ອນທີ່ເປື້ອນ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ພວກເຂົາໄດ້ລັກບາງສິ່ງທີ່ແຍກໄວ້

ນີ້ແມ່ນສິ່ງທີ່ຖືກຫມາຍໄວ້ ສຳລັບການທຳລາຍໃນຂໍ້ 6:17. ອາດຈະແປໄດ້ອີກວ່າ: "ສິ່ງທີ່ຖືກສາບແຊ່ງ" ຫລື "ສິ່ງທີ່ພຣະເຈົ້າໄດ້ສາບແຊ່ງ"

ພວກເຂົາໄດ້ລັກເອົາມາ ແລະ ປິດອຳໄວ້ ໂດຍໄດ້ວາງສິ່ງທີ່ໄດ້ລັກເອົາມາ

ການເຊື່ອງບາບຂອງເຂົາເຈົ້າຫມາຍເຖິງ ການພະຍາຍາມເຮັດໃຫ້ຄົນອຶ່ນບໍ່ຮູ້ວ່າເຂົາໄດ້ເຮັດບາບ. ອາດຈະແປໄດ້ອີກວ່າ: "ພວກເຂົາໄດ້ລັກສິ່ງເຫລົ່ານັ້ນ, ແລະຫລັງຈາກນັ້ນພວກເຂົາໄດ້ພະຍາຍາມທີ່ຈະບໍ່ເຮັດໃຫ້ຄົນຮູ້ວ່າພວກເຂົາໄດ້ເຮັດບາບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ບໍ່ສາມາດຕໍ່ສູ້ເຫລົ່າສັດຕຣູຂອງພວກເຂົາໄດ້

ຢືນຢູ່ຕໍ່ຫນ້າສັດຕຣູຂອງພວກເຂົາ ຫມາຍເຖິງຕໍ່ສູ້ກັບສັດຕຣູຂອງພວກເຂົາຢ່າງສຳເລັດຜົນ. ອາດຈະແປໄດ້ອີກວ່າ: "ບໍ່ສາມາດຕໍ່ສູ້ກັບສັດຕຣູຂອງພວກເຂົາໄດ້ຢ່າງປະສົບຜົນສຳເລັດ" ຫລື"ບໍ່ສາມາດເອົາຊະນະສັດຕຣູຂອງພວກເຂົາໄດ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພວກເຂົາຫັນຫລັງໃຫ້ພວກສັດຕຣູ ຂອງພວກເຂົາ

ເຮັດສິ່ງນີ້ສະແດງເຖິງການແລ່ນຫນີຈາກສັດຕຣູຂອງພວກເຂົາ. ອາດຈະແປໄດ້ອີກວ່າ: "ພວກເຂົາໄດ້ຫນີຈາກສັດຕຣູຂອງພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເຮົາຈະບໍ່ຢູ່ກັບພວກເຈົ້າອີກຕໍ່ໄປ

ການຢູ່ກັບອິິດສະຣາເອນສະແດງໃຫ້ເຫັນການຊ່ວຍເຫລືອອິດສະຣາເອນ. ອາດຈະແປໄດ້ອີກວ່າ: "ເຮົາຈະບໍ່ຊ່ວຍເຈົ້າອີກຕໍ່ໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)