lo_tn/jos/07/08.md

4.0 KiB

ຂໍ້ມູນທົ່ວໄປ:

ໂຢຊວຍສະແດງຄວາມຜິດຫວັງຕໍ່ພຣະເຈົ້າ.

ຂ້ານ້ອຍກ່າວຫຍັງໄດ້ແດ່ຫລັງຈາກທີ່ອິດສະຣະເອນໄດ້ຫັນຫລັງໃຫ້ບັນດາສັດຕຣູຂອງພວກເຂົາ?

ໂຢຊວຍກ່າວສິ່ງນີ້ເພື່ອສະແດງເຖິງຄວາມເສົ້າສະຫລົດໃຈທີ່ລາວບໍ່ຮູ້ວ່າຈະເວົ້າຫຍັງ. ອາດຈະແປໄດ້ອີກວ່າ: "ຂ້ານ້ອຍບໍ່ຮູ້ວ່າຈະເວົ້າຫຍັງ. ອິດສະຣາເອນໄດ້ຫັນຫລັງຕໍ່ຫນ້າສັດຕູຂອງພວກເຂົາ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ອິດສະຣະເອນໄດ້ຫັນຫລັງໃຫ້ບັນດາສັດຕຣູຂອງພວກເຂົາ

ເຮັດສິ່ງນີ້ສະແດງເຖິງການແລ່ນຫນີຈາກສັດຕູຂອງພວກເຂົາ. ອາດຈະແປໄດ້ອີກວ່າ: "ອິດສະຣາເອນໄດ້ຫນີຈາກສັດຕູຂອງພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພວກເຂົາຈະລ້ອມພວກຂ້ານ້ອຍ ແລະ ກະທຳໃຫ້ປະຊາຊົນຂອງແຜ່ນດິນໂລກລືມຊື່ພວກຂ້ານ້ອຍ

ການເຮັດໃຫ້ຄົນລືມຊື່ຂອງປະຊາຊົນອິດສະຣາເອນຫມາຍເຖິງເຮັດໃຫ້ພວກເຂົາລືມຄົນອິດສະຣາເອນ. ໃນກໍລະນີນີ້ພວກເຂົາຈະເຮັດໂດຍການຂ້າຊາວອິດສະຣາເອນ. ອາດຈະແປໄດ້ອີກວ່າ: "ພວກເຂົາຈະລ້ອມພວກເຮົາ ແລະ ຂ້າພວກເຮົາ, ແລະ ປະຊາຊົນໃນທົ່ວໂລກຈະລືມພວກເຮົາ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-explicit]])

ພຣະນາມອັນຍິ່ງໃຫຍ່ຂອງພຣະອົງ

ວະລີທີ່ວ່າ "ຊື່ສຽງອັນຍິ່ງໃຫຍ່ຂອງທ່ານ" ໃນນີ້ສະແດງເຖິງຊື່ສຽງ ແລະ ອຳນາດຂອງພຣະເຈົ້າ. ອາດຈະແປໄດ້ອີກວ່າ: "ແລະທ່ານຈະເຮັດຫຍັງເພື່ອໃຫ້ປະຊາຊົນຮູ້ວ່າທ່ານເປັນຄົນທີ່ຍິ່ງໃຫຍ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພຣະອົງຈະກະທຳຢ່າງໃດເພື່ອພຣະນາມອັນຍິ່ງໃຫຍ່ຂອງພຣະອົງ?

ໂຢຊວຍໃຊ້ ຄຳຖາມນີ້ເພື່ອເຕືອນພຣະເຈົ້າວ່າ ຖ້າປະຊາຊົນອິດສະຣາເອນຖືກທຳລາຍ, ຄົນອຶ່ນໆຈະຄິດວ່າພຣະເຈົ້າບໍ່ຍິ່ງໃຫຍ່. ອາດຈະແປໄດ້ອີກວ່າ: "ຫລັງຈາກນັ້ນຈະບໍ່ມີສິ່ງໃດທີ່ທ່ານສາມາດເຮັດ ເພື່ອຊື່ສຽງອັນຍິ່ງໃຫຍ່ຂອງທ່ານ." ຫລື "ຫລັງຈາກນັ້ນປະຊາຊົນຈະບໍ່ຮູ້ວ່າທ່ານເປັນຄົນທີ່ຍິ່ງໃຫຍ່." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-rquestion]] ແລະ [[rc:///ta/man/translate/figs-explicit]])