lo_tn/jos/06/26.md

3.4 KiB

ຂໍໃຫ້ຊາຍໃດກໍຕາມທີ່ໄດ້ສ້າງເມືອງນີ້ຄື, ເຢຣີໂກຂຶ້ນມາໃຫມ່

ຖືກສາບແຊ່ງໃນສາຍຕາຂອງພຣະຢາເວ ສະແດງເຖິງການຖືກສາບແຊ່ງໂດຍພຣະຢາເວ. ອາດຈະແປໄດ້ອີກວ່າ: "ຂໍໃຫ້ພຣະຢາເວສາບແຊ່ງຜູ້ທີ່ສ້າງສາຄືນໃຫມ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຄົນທີ່ຈະວາງຮາກຖານກໍຂໍໃຫ້ເສຍລູກຊາຍກົກຂອງຕົນ

ຜົນສະທ້ອນຂອງຜູ້ຊາຍທີ່ວາງພື້ນຖານໃຫມ່ ສຳລັບເມືອງເຢຣິໂກ ແມ່ນວ່າລູກຊາຍກົກຂອງລາວຈະຕາຍ. ນີ້ແມ່ນເວົ້າເຖິງວ່າມັນເປັນ ລາຄາທີ່ຄົນນັ້ນຕ້ອງຈ່າຍ. ອາດຈະແປໄດ້ອີກວ່າ: "ຖ້າລາວວາງຮາກຖານ, ລາວຈະສູນເສຍລູກຊາຍກົກຂອງລາວ" ຫລື "ຖ້າລາວວາງຮາກຖານ, ລູກຊາຍກົກຂອງລາວຈະຕາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຄົນທີ່ຈະວາງຮາກຖານກໍຂໍໃຫ້ເສຍລູກຊາຍກົກຂອງຕົນ, ແລະ ຄົນທີ່ຈະສ້າງປະຕູກໍຂໍໃຫ້ເສຍລູກຊາຍຫລ້າຂອງຕົນ

ຜົນສະທ້ອນຂອງຊາຍຄົນຫນຶ່ງຕັ້ງປະຕູ ໃຫມ່ສຳລັບເມືອງເຢຣິໂກແມ່ນວ່າລູກຊາຍຫລ້າຂອງລາວຈະຕາຍ. ນີ້ແມ່ນເວົ້າເຖິງວ່າມັນເປັນລາຄາທີ່ຄົນນັ້ນຕ້ອງຈ່າຍ. ອາດຈະແປໄດ້ອີກວ່າ: "ຖ້າລາວຕັ້ງປະຕູເມືອງ, ລາວຈະສູນເສຍລູກຊາຍຫລ້າຂອງລາວ" ຫລື "ຖ້າລາວຕັ້ງປະຕູເມືອງ, ລູກຊາຍຫລ້າຂອງລາວຈະຕາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຊື່ສຽງຂອງເຂົາກໍຊ່າລືໄປທົ່ວແຜ່ນດິນ

ນີ້ຫມາຍ ເຖິງຊື່ສຽງຂອງໂຢຊວຍ, ບໍ່ແມ່ນຂອງພຣະຢາເວ. ກາຍມາເປັນທີ່ຮູ້ຈັກໃນບັນດາຜູ້ຄົນໃນທົ່ວແຜ່ນດິນໄດ້ຖືກກ່າວເຖິງວ່າຊື່ສຽງຂອງລາວໄດ້ແຜ່ຂະຫຍາຍໄປ. ອາດຈະແປໄດ້ອີກວ່າ: "ໂຢຊວຍມີຊື່ສຽງຕະຫລອດທົ່ວແຜ່ນດິນ" ຫລື "ຜູ້ຄົນທົ່ວແຜ່ນດິນໄດ້ຮຽນຮູ້ກ່ຽວກັບໂຢຊວຍ" (ເບິ່ງເພິີ່ມເຕີມ: rc://*/ta/man/translate/figs-metaphor)