lo_tn/jos/01/01.md

2.9 KiB

ພຣະຢາເວ

ນີ້ແມ່ນຊື່ຂອງພຣະເຈົ້າທີ່ພຣະອົງໄດ້ເປີດເຜີຍຕໍ່ປະຊາຊົນຂອງພຣະອົງໃນພຣະສັນຍາເດີມ. ເບິ່ງຂໍ້ມູນເພີ່ມເຕີມກ່ຽວກັບພຣະຢາເວວິທີການແປໃນຄຳນີ້.

ນູນ

ພໍ່ຂອງໂຢຊວຍ (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ຂວ້າມແມ່ນ້ຳຈໍແດນນີ້

ເພື່ອ "ຂວ້າມ" ຫມາຍຄວາມວ່າ "ຂ້າມໄປຝັ່ງຂອງແມ່ນໍ້າ." ອາດຈະແປໄດ້ອີກວ່າ: "ເດີນທາງຈາກຂ້າງນີ້ໄປອີກເບື້ອງຫນຶ່ງຂອງແມ່ນໍ້າຈໍແດນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ເຈົ້າ ແລະ ປະຊາຊົນທັງຫມົດ

ຄຳວ່າ "ເຈົ້າ" ທີ່ນີ້ຫມາຍເຖິງໂຢຊວຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ເຮົາໄດ້ຍົກໃຫ້ເຈົ້າທຸກແຫ່ງ

ພຣະເຈົ້າໃຫ້ແຜ່ນດິນແກ່ປະຊາຊົນຂອງອິດສະຣາເອນໃນອະນາຄົດແມ່ນເວົ້າຄືກັບ ທີ່ພຣະອົງໄດ້ມອບໃຫ້ພວກເຂົາໃນອະດີດ. ສິ່ງດັ່ງກ່າວເນັ້ນຫນັກວ່າພຣະອົງຈະມອບມັນໃຫ້ແກ່ພວກເຂົາຢ່າງແນ່ນອນ. ອາດຈະແປໄດ້ອີກວ່າ: "ເຮົາຈະໃຫ້ເຈົ້າທຸກໆທີ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-pastforfuture)

ເຮົາໄດ້ຍົກໃຫ້ເຈົ້າ

ຄຳວ່າ “ເຈົ້າ” ຫມາຍເຖິງທັງໂຢຊວຍ ແລະປະຊາຊົນອິສະຣາເອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ທຸກແຫ່ງ ທີ່ຕີນຂອງພວກເຈົ້າຈະຢຽບລົງໄປ

ນີ້ຫມາຍເຖິງສະຖານທີ່ທັງຫມົດທີ່ໂຢຊວຍ ແລະປະຊາຊົນອິດສະຣາເອນຈະເດີນທາງເມື່ອພວກເຂົາຂ້າມແມ່ນໍ້າຈໍແດນ. ອາດຈະແປໄດ້ອີກວ່າ: "ທຸກບ່ອນທີ່ເຈົ້າໄປໃນແຜ່ນດິນນີ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)