lo_tn/jon/04/01.md

3.7 KiB

ໂອ້, ພຣະເຈົ້າຢາເວ

ຄຳວ່າ "ໂອ້" ສະແດງເຖິງຄວາມຮູ້ສຶກຜິດຫວັງຂອງໂຢນາ.

ນີ້ບໍ່ແມ່ນບໍ ສິ່ງທີ່ຂ້ານ້ອຍທູນຂໍ ຕັ້ງແຕ່ເມື່ອຂ້ານ້ອຍກັບໄປບ້ານເມືອງ ຂອງຂ້ານ້ອຍຫລື?

ໂຢນາໃຊ້ຄຳເວົ້າທີ່ຈູງໃຈຄົນດ້ວຍຄຳຖາມ ທີ່ສະແດງອອກເຖິງການໃຈຮ້າຍໃຫ້ພຣະເຈົ້າຂອງລາວ. ເຊັ່ນກັນ, ສິ່ງທີ່ໂຢນາເວົ້າ ເມື່ອລາວຍັງຢູ່ໃນປະເທດຂອງລາວ ສາມາດເວົ້າໃຫ້ຊັດເຈນຂຶ້ນ. ອາດແປໄດ້ອີກວ່າ: "ເມື່ອຂ້ານ້ອຍຍັງຢູ່ໃນປະເທດຂອງຂ້ານ້ອຍ ຂ້ານ້ອຍຮູ້ວ່າ ຖ້າຂ້ານ້ອຍເຕືອນປະຊາຊົນເມືອງນີນາເວ, ພວກເຂົາຈະກັບໃຈໃຫມ່, ແລະ ພວກເຂົາຈະບໍ່ຖືກທຳລາຍ." (ເບິ່ງ: [[rc:///ta/man/translate/figs-rquestion]] ແລະ [[rc:///ta/man/translate/figs-explicit]])

ຂ້ານ້ອຍເຮັດແຕ່ທຳອິດ ແລະ ພະຍາຍາມຫນີໄປເມືອງຕາກຊິດ

ຄວາມຫມາຍທີ່ສາມາດເປັນໄປໄດ້ 1) "ຂ້ານ້ອຍພະຍາຍາມຫນີໄປເມືອງຕາກຊິດ" ຫລື 2) "ຂ້ານ້ອຍເຮັດສິ່ງນີ້ຢ່າງໄວວາ ແລະ ພະຍາຍາມຫນີໄປເມືອງຕາກຊິດ" ຫລື 3) ຂ້າເຮັດທຸກສິ່ງນີ້ເພື່ອທີ່ຂ້ານ້ອຍສາມາດຫນີໄປເມືອງຕາກຊິດ."

ເຕັມໄປດ້ວຍຄວາມສັດຊື່

"ມີຄວາມສັດຊື່ຫລາຍ" ຫລື "ພຣະອົງຮັກປະຊາຊົນຫລວງຫລາຍ"

ພຣະອົງຊົງຍົກໂທດຈາກການສົ່ງພັຍພິບັດ

ຄວາມຫມາຍນີ້ "ພຣະອົງກ່າວວ່າພຣະອົງຈະນຳພັຍພິບັດມາຕໍ່ພວກຄົນບາບ, ແຕ່ແລ້ວພຣະອົງກໍຕັດສິນໃຈທີ່ຈະບໍ່ເຮັດ." ອາດແປໄດ້ອີກວ່າ: "ພຣະອົງຕັດສິນໃຈວ່າຈະບໍ່ລົງໂທດຄົນທີ່ເຮັດບາບ"

ຂໍເອົາຊີວິດຂ້ານ້ອຍໄປສາ

ເຫດຜົນຂອງໂຢນາທີ່ລາວຢາກຕາຍນັ້ນ ສາມາດເວົ້າໃຫ້ຊັດເຈນດັ່ງນີ້. ອາດແປໄດ້ອີກວ່າ: "ເມື່ອພຣະອົງບໍ່ໄດ້ທຳລາຍເມືອງນີນາເວຕາມທີ່ພຣະອົງໄດ້ກ່າວນັ້ນ, ໂຜດອະນຸຍາດໃຫ້ຂ້ານ້ອຍຕາຍສາ" (ເບິ່ງ: rc://*/ta/man/translate/figs-explicit)

ເພາະການຕາຍກໍ່ດີກວ່າ ການມີຊີວິດຢູ່ສຳລັບຂ້ານ້ອຍ

"ຂ້ານ້ອຍຂໍຕາຍດີກວ່າມີຊີວິດຢູ່" ຫລື "ເພາະຂ້ານ້ອຍຕາຍການທີ່ຈະຕາຍ. ຂ້ານ້ອຍບໍ່ຕ້ອງການມີຊີວິດຢູ່ແລ້ວ"