lo_tn/jon/03/08.md

3.4 KiB

ຂໍ້ມູນທົ່ວໄປ:

ນີ້ແມ່ນຕໍ່ເນື່ອງມາຈາກສິ່ງທີ່ກະສັດກ່າວກັບປະຊົນຊົນໃນເມືອງນີນາເວ.

ແຕ່ໃຫ້ທັງສອງ

"ໃຫ້ທັງສອງ"

ໃຫ້ທັງຄົນ ແລະ ສັດໃຫ້ສວມຊຸດທີ່ເຮັດດ້ວຍຜ້າປ່ານ

ນີ້ສາມາດກ່າວໄດ້ເປັນຮູບປະໂຫຍກທີ່ຖືກກະທຳ. ອາດແປໄດ້ອີກວ່າ: "ໃຫ້ປະຊາຊົນ ແລະ ສັດທັງຫລາຍ ນຸ່ງຊຸດທີ່ເຮັດດ້ວຍຜ້າປ່ານ" ຫລື "ຈົ່ງໃຫ້ປະຊາຊົນປົກຫຸ້ມຕົນເອງ ແລະ ສັດຂອງພວກເຂົາດ້ວຍຜ້າທີ່ເຮັດດ້ວຍຜ້າປ່ານ" (ເບິ່ງ: rc://*/ta/man/translate/figs-activepassive)

ສັດ

ຄຳວ່າ "ສັດ" ຫມາຍເຖິງສັດທີ່ຄົນເປັນເຈົ້າຂອງ.

ຮ້ອງດ້ວຍສຽງອັນດັງຕໍ່ພຣະເຈົ້າ

"ຈົ່ງອະທິຖານຢ່າງຈິງຈັງຕໍ່ພຣະເຈົ້າ." ສິ່ງທີ່ພວກເຂົາອະທິຖານເພື່ອພວກເຂົາສາມາດເຮັດໃຫ້ຊັດເຈນຂຶ້ນ. ອາດແປໄດ້ອີກວ່າ: "ຈົ່ງຮ້ອງຫາດ້ວຍສຽງດັງໆຕໍ່ພຣະເຈົ້າ ແລະ ຂໍຄວາມເມດຕາ" (ເບິ່ງ: rc://*/ta/man/translate/figs-explicit)

ຄວາມຮຸນແຮງທີ່ມືຂອງລາວໄດ້ເຮັດນັ້ນ

ຫມາຍຄວາມວ່າ "ສິ່ງຕ່າງໆທີ່ຮຸນແຮງ ທີ່ລາວໄດ້ເຮັດນັ້ນ"

ໃຜຈະຮູ້ໄດ້?

ກະສັດໃຊ້ຄຳຖາມເປັນສິລະປະ ນີ້ເພື່ອໃຫ້ປະຊາຊົນໄດ້ຄິດກ່ຽວກັບບາງສິ່ງບາງຢ່າງທີ່ພວກອາດຈະຄິດບໍ່ວ່າຈະເປັນໄປໄດ້, ວ່າຖ້າພວກເຂົາເຊົາເຮັດບາບ, ພຣະເຈົ້າອາດຈະບໍ່ຂ້າພວກເຂົາກໍໄດ້. ມັນເປັນການແປດ້ວຍຄຳເວົ້າທີ່ວ່າ: "ພວກເຮົາບໍ່ຮູ້." ຫລື ສາມາດເວົ້າດ້ວຍຄຳສັບ ແລະ ເປັນສ່ວນຂອງປະໂຫຍກ: "ບາງທີ." (ເບິ່ງ: rc://*/ta/man/translate/figs-rquestion)

ພຣະເຈົ້າອາດຈະຊົງປ່ຽນໃຈ

"ພຣະເຈົ້າອາດຈະຕັດສິນໃຈເຮັດບາງສີ່ງບາງຢ່າງທີ່ແຕກຕ່າງນີ້" ຫລື ພຣະເຈົ້າອາດຈະບໍ່ເຮັດຕາມສີ່ງທີ່ພຣະອົງໄດ້ກ່າວໄວ້ວ່າພຣະອົງຈະເຮັດ"

ພວກເຮົາຈະບໍ່ຕ້ອງຖືກລົງໂທດ

"ພວກເຮົາບໍ່ຕາຍ" ນີ້ຄືຄວາມຕາຍ ຫມາຍເຖິງການຈົມລົງໃນທະເລ.