lo_tn/jon/02/03.md

2.5 KiB

ຂໍ້ມູນທົ່ວໄປ:

ນີ້ເປັນການຕໍ່ເນື່ອງມາຈາກຄຳອະທິຖານຂອງໂຢນາທີ່ໄດ້ເລີ່ມຕົ້ນໃນ 2:1. ໃນຂໍ້ 4 ໂຢນາເວົ້າບາງສິ່ງບາງຢ່າງທີ່ລາວໄດ້ອະທິຖານກ່ອນຄຳອະທິຖານນີ້.

ລົງໄປໃນບ່ອນເລິກ, ລົງໃນໃຈກາງຂອງທະເລ

ນີ້ເປັນຄຳເວົ້າຂອງຄວາມກວ້າງໃຫຍ່ຂອງມະຫາສະຫມຸດທີ່ໂຢນາຢູ່ໃນ. (ເບິ່ງ: rc://*/ta/man/translate/figs-parallelism)

ລົງໃນໃຈກາງຂອງທະເລ

"ໄປຫາລຸ່ມສຸດຂອງທະເລ"

ກະແສນໍ້າໄດ້ລ້ອມຂ້ານ້ອຍໄວ້

"ນໍ້າທະເລໄດ້ປິດລ້ອມຕົວຂ້ານ້ອຍ"

ບັນດາຄື້ນ ແລະຄື້ນຍັກ

ສິ່ງເຫລົ່ານີ້ເປັນການລົບກວນຈາກຫນ້ານໍ້າຂອງມະຫາສະຫມຸດ. (ເບິ່ງ: rc://*/ta/man/translate/figs-doublet)

ຂ້ານ້ອຍຖືກຂັບໄລ່ໃຫ້ອອກໄປ

ນີ້ສາມາດເວົ້າໄດ້ວ່າເປັນຮູບແບບທີ່ຖືກກະທຳ. ອາດແປໄດ້ອີກວ່າ: "ພຣະອົງໄດ້ຂັບໄລ່ຂ້ານ້ອຍອອກໄປ" ຫລື "ພຣະອົງໄດ້ສົ່ງຂ້ານ້ອຍໃຫ້ຫນີໄປ" (ເບິ່ງ: rc://*/ta/man/translate/figs-activepassive)

ຈາກສາຍຕາຂອງພຣະອົງ

"ຈາກພຣະອົງ." ເມື່ອໂຢນາເວົ້າວ່າ "ຈາກສາຍຕາຂອງພຣະອົງ" ລາວເວົ້າເຖິງກ່ຽວກັບພຣະຢາເວທັງຫມົດຂອງລາວ. (ເບິ່ງ: rc://*/ta/man/translate/figs-synecdoche)

ຂ້ານ້ອຍກໍຍັງຄອຍຖ້າຫາພຣະວິຫານອັນບໍຣິສຸດຂອງພຣະອົງ

ໂຢນາໄດ້ຫວັງວ່າ, ເຖິງວ່າລາວຈະຜ່ານທຸກສິ່ງທຸກຢ່າງ, ລາວຈະເຫັນພຣະວິຫານອີກ. (ເບິ່ງ: rc://*/ta/man/translate/figs-rquestion)