lo_tn/jon/02/01.md

2.2 KiB

ພຣະເຢເວ ພຣະເຈົ້າຂອງລາວ

ນີ້ຫມາຍຄວາມວ່າ "ພຣະຢາເວ, ພຣະເຈົ້າທີ່ລາວນະມັສະການ." ຄຳສັບທີ່ວ່າ "ຂອງລາວ" ບໍ່ໄດ້ຫມາຍຄວາມວ່າໂຢນາເປັນເຈົ້າຂອງພຣະເຈົ້າ.

ລາວເວົ້າວ່າ

"ໂຢນາເວົ້າວ່າ"

ຂ້ານ້ອຍໄດ້ຮ້ອງຫາພຣະຢາເວ ກ່ຽວກັບເລື່ອງຄວາມທຸກໃຈຂອງຂ້ານ້ອຍ

"ຂ້ານ້ອຍໄດ້ອະທິຖານຕໍ່ພຣະຢາເວກ່ຽວກັບເລື່ອງຄວາມທຸກໃຈຂອງຂ້ານ້ອຍ." ເຖິງແມ່ນວ່າໂຢນາອະທິຖານຫາພຣະຢາເວ, ລາວໄດ້ໃຊ້ນາມຊື່ຂອງພຣະຢາເວ ແລະລາວບໍ່ໄດ້ໃຊ້ຄຳວ່າ "ພຣະອົງ." ອາດແປໄດ້ອີກວ່າ: "ພຣະຢາເວ ຂ້ານ້ອຍຮ້ອງຫາພຣະອົງ ກ່ຽວກັບເລື່ອງຄວາມທຸກໃຈຂອງຂ້ານ້ອຍ."

ພຣະອົງຊົງຕອບຂ້ານ້ອຍ

"ພຣະຢາເວຕອບຂ້ານ້ອຍ" ຫລື "ພຣະອົງໄດ້ຊ່ວຍຂ້ານ້ອຍ"

ຈາກບ່ອນເລິກຂອງແດນມໍຣະນາ

"ຈາກສູນກາງຂອງແດນມໍຣະນາ" ຫລື "ຈາກບ່ອນເລິກຂອງແດນມໍຣະນາ" ຄວາມຫມາຍເປັນໄປໄດ້ດັ່ງນີ້: 1) ໂຢນາເວົ້າແນວນີ້ເພາະຢູ່ໃນທ້ອງປາວານ ຄືກັນກັບແດນມໍຣະນາ ຫລື 2) ໂຢນາເຊື່ອວ່າລາວໃກ້ຈະຕາຍແລ້ວ ແລະໄປຍັງແດນມໍຣະນາ ຫລື 3) ລາວເວົ້າຄືກັບວ່າລາວໄດ້ຕາຍໄປແລ້ວ. (ເບິ່ງ: rc://*/ta/man/translate/figs-metaphor)