lo_tn/jon/01/08.md

2.2 KiB

ແລ້ວພວກເຂົາເວົ້າກັບໂຢນາວ່າ

"ແລ້ວພວກຜູ້ຊາຍທີ່ກຳລັງເຮັດວຽກເທິງເຮືອໄດ້ກ່າວກັບໂຢນາວ່າ"

ຈົ່ງບອກພວກເຮົາມາເຖີດ ວ່າໃຜເປັນເຫດໃຫ້ຄວາມຊົ່ວຮ້າຍນີ້ເກີດຂຶ້ນແກ່ພວກເຮົາ

"ໃຜເຮັດໃຫ້ຄວາມຊົ່ວຮ້າຍນີ້ ເກີດຂຶ້ນແກ່ພວກເຮົາ?"

ຢຳເກງພຣະຢາເວ

ຄຳວ່າ "ຢຳເກງ" ຫມາຍເຖິງໂຢນາມີຄວາມເຄົາຣົບຕໍ່ພຣະເຈົ້າຢ່າງເລິກເຊິ່ງ

ເປັນຫຍັງເຈົ້າຈຶ່ງເຮັດເຊັ່ນນີ້?

ພວກຜູ້ຊາຍເທິງເຮືອໃຊ້ຄຳຖາມທີ່ຫຍາບຄາຍນີ້ສະແດງວ່າ ພວກເຂົາໃຈຮ້າຍກັບໂຢນາ. ອາດແປໄດ້ອີກວ່າ "ເຈົ້າໄດ້ເຮັດສີ່ງຊົ່ວຮ້າຍຫລາຍ." (ເບິ່ງ: rc://*/ta/man/translate/figs-rquestion)

ລາວກຳລັງຫນີໃຫ້ພົ້ນຈາກຫນ້າຂອງພຣະຢາເວ

"ໂຢນາໄດ້ຫນີຈາກພຣະຢາເວ." ໂຢນາໄດ້ຊອກຫາທາງຫນີພຣະຢາເວ ຖ້າເປັນຫາກວ່າ ພຣະຢາເວສະຖິດຢູ່ໃນແຜ່ນດິນອິສະຣາເອນເທົ່ານັ້ນ. (ເບິ່ງ: rc://*/ta/man/translate/figs-metonymy )

ເພາະໂຢນາໄດ້ບອກພວກເຂົາ

ສິ່ງທີ່ລາວໄດ້ເວົ້າກັບພວກເຂົາສາມາດເວົ້າໄດ້ຢ່າງຊັດເຈນ. ອາດແປໄດ້ອີກວ່າ: "ເພາະລາວໄດ້ບອກພວກເຂົາວ່າ 'ຂ້ອຍພະຍາຍາມທີ່ຫນີຈາກພຣະຢາເວ'" (ເບິ່ງ: rc://*/ta/man/translate/figs-explicit)