lo_tn/jon/01/06.md

3.3 KiB

ດັ່ງນັ້ນນາຍເຮືອໄດ້ມາຫາລາວ ແລະ ກ່າວວ່າ

"ຜູ້ຊາຍທີ່ເບິ່ງແຍງເຮືອໄດ້ໄປຫາຫາໂຢນາ ແລະ ກ່າວວ່າ"

ເປັນຫຍັງເຈົ້າຈຶ່ງຍັງນອນຢູ່?

"ເປັນຫຍັງເຈົ້າຈຶ່ງນອນຢູ່?" ລາວໃຊ້ຄຳຖາມເຊີງຮ້າຍໂຢນາ. ອາດແປໄດ້ອີກວ່າ: "ຢຸດນອນ!" (ເບິ່ງ: rc://*/ta/man/translate/figs-rquestion)

ລຸກຂຶ້ນ!

ນີ້ຫມາຍເຖິງການເຮັດກິຈະກຳບາງຢ່າງ. ສຳລັບໂຢນາ, ນາຍເຮືອກຳລັງ ບອກລາວໃຫ້ຕື່ນຂຶ້ນ ແລະ ອະທິຖານຕໍ່ພຣະເຈົ້າຂອງລາວເພື່ອໃຫ້ເດີນທາງປອດພັຍ. (ເບິ່ງ: rc://*/ta/man/translate/figs-idiom )

ຈົ່ງຮ້ອງຫາພຣະເຈົ້າຂອງເຈົ້າ!

"ອະທິຖານຫາພຣະເຈົ້າຂອງເຈົ້າ!" "ຮ້ອງຫາ" ຫມາຍເຖິງໄດ້ຮັບຄວາມສົນໃຈຈາກຜູ້ໃດຜູ້ຫນຶ່ງ. (ເບິ່ງ: rc://*/ta/man/translate/figs-idiom )

ເພື່ອວ່າພຣະເຈົ້າຈະຟັງພວກເຮົາ ແລະພວກເຮົາຈະບໍ່ຖືກລົງໂທດ

ຂໍ້ມູນນີ້ແອບແຝງວ່າພຣະເຈົ້າຂອງໂຢນາອາດຈະຊ່ວຍພວກເຂົາໄວ້ໄດ້ ຢ່າງຊັດເຈນ. ອາດແປໄດ້ອີກວ່າ: ບາງເທື່ອພຣະເຈົ້າຈະໄດ້ຍິນ ແລະ ຊ່ວຍພວກເຮົາ ເພື່ອວ່າພວກເຮົາຈະບໍ່ຕາຍ" (ເບິ່ງ: rc://*/ta/man/translate/figs-explicit)

ພວກເຂົາທັງຫລາຍໄດ້ເວົ້າກັນວ່າ

"ພວກລູກເຮືອທັງຫມົດເວົ້າຕໍ່ກັນ"

ມາແມ, ໃຫ້ພວກເຮົາຈັບສະຫລາກ, ເພື່ອວ່າຈະໄດ້ຮູ້ວ່າ ໃຜເປັນຕົ້ນເຫດຄວາມຊົ່ວຮ້າຍທີ່ເກີດຂຶ້ນນີ້.

"ພວກເຮົາຄວນຈັບສະຫລາກ ເພື່ອຈະຮູ້ວ່າແມ່ນໃຜເປັນຕົ້ນເຫດຂອງບັນຫານີ້." ພວກຜູ້ຊາຍເຊື່ອວ່າພຣະເຈົ້າເປັນຜູ້ຄອບຄຸມວິທີການຈັບສະຫລາກ ເພື່ອຈະບອກສິ່ງທີ່ພວກເຂົາຕ້ອງການຢາກຮູ້. ນີ້ເປັນການທຳນວາຍ.

ຄວາມຊົ່ວຮ້າຍນີ້

ນີ້ຫມາຍເຖິງພາຍຸອັນຮ້າຍແຮງ

ສະຫລາກນັ້ນກໍຕົກໃສ່ໂຢນາ

ຈຳນວນຫລາຍໄດ້ສະແດງໃຫ້ເຫັນວ່າໂຢນາເປັນຄົນທີ່ມີຄວາມຜິດ"