lo_tn/jon/01/01.md

4.4 KiB

ຖ້ອຍຄຳຂອງພຣະຢາເວມາເຖິງ

ນີ້ແມ່ນສຳນວນທີ່ມີຫມາຍຄວາມວ່າພຣະຢາເວກ່າວ. "ພຣະຢາເວໄດ້ກ່າວຖ້ອຍຄຳຂອງພຣະອົງ." (ເບີ່ງ: rc://*/ta/man/translate/figs-idiom)

ຖ້ອຍຄຳຂອງພຣະຢາເວ

ນີ້ "ຖ້ອຍຄໍາ" ແທນຂໍ້ຄວາມຂອງພຣະຢາເວ. ອາດແປໄດ້ອີກວ່າ: "ຂໍ້ຄວາມຂອງພຣະຢາເວ" (ເບິ່ງ: igs_metonymyidiom)

ພຣະຢາເວ

ນີ້ເປັນຊື່ຂອງພຣະເຈົ້າວ່າພຣະອົງໄດ້ສຳແດງແກ່ປະຊາຊົນຂອງພຣະອົງໃນພັນທະສັນຍາເດີມ. ເບິ່ງຄຳສັບທີ່ແປໃນຫນ້າພຣະຢາເວ ຊຶ່ງກ່ຽວຂ້ອງກັບການແປນີ້.

ອາມິດໄຕ

ນີ້ແມ່ນຊື່ຂອງພໍ່ຂອງໂຢນາ. (ເບີ່ງ: rc://*/ta/man/translate/translate-names)

ຈົ່ງລຸກຂຶ້ນ ແລະ ໄປທີ່ນີນາເວ, ເມືອງໃຫຍ່

"ຈົ່ງໄປເມືອງສຳຄັນຂອງນີນາເວ"

ຈົ່ງລຸກຂຶ້ນ ແລະ ໄປ

ນີ້ແມ່ນການສະແດງອອກທົ່ວໄປສຳລັບການເດີນທາງຈາກສະຖານຫ່າງໄກ. (ເບິ່ງ: rc://*/ta/man/translate/figs-idiom)

ເວົ້າຕໍ່ຕ້ານມັນ

"ເຕືອນປະຊາຊົນ." ພຣະເຈົ້າກ່າວເຖິງປະຊາຊົນໃນເມືອງນັ້ນ. (ເບີ່ງ: rc://*/ta/man/translate/figs-metonymy)

ຄວາມຊົ່ວຂອງພວກເຂົາໄດ້ປາກົດແກ່ເຮົາແລ້ວ

"ເຮົາຮູ້ວ່າພວກເຂົາໄດ້ສືບຕໍ່ເຮັດບາບຢູ່"

ໂຢນາລຸກຂຶ້ນຫນີໄປໃຫ້ພົ້ນຫນ້າຂອງພຣະຢາເວ

"ແລ່ນຫນີຈາກພຣະຢາເວໄປ." "ລຸກຂຶ້ນ" ແມ່ນກ່າວເຖິງໂຢນາຫນີຈາກໄປຈາກບ່ອນທີ່ລາວຢູ່. (ເບິ່ງ: rc://*/ta/man/translate/figs-idiom)

ຕໍ່ຫນ້າພຣະຢາເວ

ໂຢນາພະຍາຍາມຫນີຈາກພຣະຢາເວ. (ເບິ່ງ: rc://*/ta/man/translate/figs-metonymy)

ແລະ ໄປຍັງເມືອງຕາກຊິດ

"ແລະໄປຍັງເມືອງຕາກຊິດ." ເມືອງຕາກຊິດໄປໃນທິດທາງກົງກັນຂ້ວາມກັບເມືອງນີນາເວ. ນີ້ສາມາດເຮັດໃຫ້ມີຄວາມຊັດເຈນ. ອາດຈະແປອີກວ່າ. "ແລະໄປໃນທິດທາງກົງກັນຂ້ວາມ, ໄປສູ່ເມືອງຕາກຊິດ" (ເບິ່ງ: rc://*/ta/man/translate/figs-explicit)

ລາວລົງໄປຕໍ່ທີ່ເມືອງຢົບປາ

"ໂຢນາໄປຍັງເມືອງຢົບປາ"

ເຮືອ

"ເຮືອ" ແມ່ນປະເພດທີ່ຂະຫນາດໃຫຍ່ ຊຶ່ງສາມາດເດີນທາງເທິງທະເລ ແລະສາມາດບັນຈຸຜູ້ໂດຍສານຈຳນວນຫລາຍ ຫລື ສິນຄ້າຫນັກ

ດັ່ງນັ້ນລາວຈຶ່ງຈ່າຍເງິນຄ່າໂດຍສານ

"ທີ່ນັ້ນໂຢນາຈ່າຍຄ່າສຳລັບການເດີນທາງ"

ແລະ ຂຶ້ນເຮືອໄປ

"ແລະ ຂຶ້ນເຮືອ"

ກັບພວກເຂົາ

ຄຳວ່າ "ພວກເຂົາ" ຫມາຍເຖິງຄົນອື່ນໆ ທີ່ກຳລັງຂຶ້ນເຮືອ

ຫນີໄປໃຫ້ພົ້ນຫນ້າຂອງພຣະເຈົ້າຢາເວ.

ໂຢນາຫວັງວ່າພຣະຢາເວບໍ່ໄດ້ຢູ່ໃນເມືອງຕາກຊິດ. (ເບິ່ງ: rc://*/ta/man/translate/figs-metonymy)