lo_tn/jol/03/18.md

3.7 KiB

ຂໍ້ມູນທົ່ວໄປ:

ພຣະເຈົ້າຊົງກ່າວກ່ຽວກັບວັນແຫ່ງພຣະຜູ້ເປັນເຈົ້າ.

ນ້ຳເຫລົ້າອະງຸ່ນຫວານຈະໄຫລອອກມາຈາກບັນດາພູເຂົາທັງຫລາຍ

"ເຫລົ້າຫວານຈະໄຫລມາຈາກພູເຂົາ." ນີ້ແມ່ນເປັນການເວົ້າເກີນຄວາມຈິງທີ່ສະແດງໃຫ້ເຫັນວ່າ ດິນແດນທີ່ມີຄວາມອຸດົມສົມບູນ. ອາດແປໄດ້ອີກວ່າ: "ຢູ່ເທິງພູຈະມີສວນອະງຸ່ນທີ່ຜະລິດເຫລົ້າອະງຸ່ນຫວານຫລວງຫລາຍ". (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-hyperbole)

ບັນດາເນີນພູກໍຈະມີນ້ຳນົມໄຫລອອກມາ

"ນ້ຳນົມຈະໄຫລອອກມາຈາກເນີນພູ." ອາດແປໄດ້ອີກວ່າ: "ຢູ່ເທິງເນີນພູງົວ ແລະ ແບ້ ຂອງເຈົ້າຈະຜະລິດນ້ຳນົມຢ່າງຫລວງຫລາຍ".

ຫ້ວຍຮ່ອງທັງຫລາຍຂອງຢູດາກໍຈະມີນ້ຳໄຫລຢ່າງບໍຣິບູນ

"ນໍ້າຈະໄຫລຜ່ານຫ້ວຍຮ່ອງທັງຫລາຍຂອງຢູດາ".

ນ້ຳນັ້ນຈະໄຫລຜ່ານຮ່ອມພູຊິດຕີມ

"ຈະສົ່ງນ້ຳສູ່ຮ່ອມພູກາຖິນ." "ຊິດຕີມ" ແມ່ນຊື່ຂອງສະຖານທີ່ຕັ້ງຢູ່ທາງຕາເວັນອອກຂອງແມ່ນ້ຳຈໍແດນ. ມັນຫມາຍຄວາມວ່າ "ຕົ້ນໄມ້ກະຖິນ." (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ເອຢິບຈະກາຍເປັນເມືອງຮ້າງ

ອາດແປໄດ້ອີກວ່າ: "ປະເທດເອຢິບຈະຖືກທຳລາຍ ແລະ ຜູ້ຄົນຈະອອກຈາກທີ່ນັ້ນ" ຫລື "ປະເທດທັງຫລາຍທີ່ເປັນສັດຕຣູຈະທຳລາຍປະເທດອີຢິບ ແລະ ປະຊາຊົນອີຢີບຈະອອກຈາກປະເທດຂອງພວກເຂົາ".

ເມືອງເອໂດມຈະກາຍເປັນຖິ່ນແຫ້ງແລ້ງກັນດານ

"ເອໂດມຈະກາຍເປັນຖິ່ນແຫ້ງແລ້ງກັນດານ ແລະ ຜູ້ຄົນຈະອອກຈາກທີ່ນັ້ນ".

ເພາະວ່າພວກເຂົາໄດ້ທໍຣະມານຊາວຢູດາ

"ຍ້ອນສິ່ງທີ່ຮຸນແຮງທີ່ອີຢີບ ແລະ ເອໂດມ ໄດ້ກະທຳຕໍ່ປະຊາຊົນຢູດາ"

ເພາະວ່າພວກເຂົາໄດ້ເອົາເລືອດຜູ້ບໍຣິສຸດໃນແຜ່ນດິນຂອງພວກເຂົາ

“ເລືອດບໍຣິສຸດ” ຫມາຍເຖິງຄົນບໍຣິສຸດທີ່ຖືກຂ້າ. ອາດແປໄດ້ອີກວ່າ: "ເພາະວ່າປະເທດເອຢິບ ແລະ ເອໂດມ ຂ້າຄົນທີ່ບໍຣິສຸດໃນແຜ່ນດິນຂອງຊາວຢູດາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)