lo_tn/jol/03/16.md

2.7 KiB

ພຣະຢາເວຊົງເປັ່ງພຣະສຸຣະສຽງຈາກພູຊີໂອນ ແລະ ຊົງຮ້ອງສຽງດັງສະຫນັ່ນຈາກເຢຣູຊາເລັມ

ປະໂຫຍກທັງສອງນີ້ຫມາຍຄວາມວ່າ ພຣະຢາເວຈະຊົງຮ້ອງດ້ວຍສຽງດັງ, ຢ່າງຊັດແຈ້ງ ແລະ ມີຣິດອຳນາດຈາກນະຄອນເຢຣູຊາເລັມ. ຖ້າໃນພາສາຂອງທ່ານມີພຽງແຕ່ຄຳດຽວສຳລັບຄຳເວົ້ານີ້ ທ່ານສາມາດໃຊ້ເປັນປະໂຫຍກຫນຶ່ງກໍໄດ້. ອາດແປໄດ້ອີກວ່າ: "ພຣະຢາເວຈະຊົງຮ້ອງຈາກນະຄອນເຢຣູຊາເລັມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ພຣະຢາເວຊົງເປັ່ງພຣະສຸຣະສຽງ

ຄວາມຫມາຍທີ່ອາດເປັນໄປໄດ້ແມ່ນ 1) "ພຣະຢາເວຈະຊົງຮ້ອງຄືກັບໂຕສິງ" ຫລື 2) "ພຣະຢາເວຈະຊົງຮ້ອງຄືກັບສຽງຟ້າຮ້ອງ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ທ້ອງຟ້າ ແລະ ແຜ່ນດິນໂລກຈະສະທ້ານຫວັ່ນໄຫວ

ສຽງຮ້ອງຂອງພຣະຢາເວມີຣິດອຳນາດຫລາຍ ຈົນວ່າມັນເປັນເຫດໃຫ້ທັງທ້ອງຟ້າ ແລະ ແຜ່ນດິນໂລກສັ່ນສະເທືອນ.

ພຣະຢາເວຊົງເປັນທີ່ກຳບັງໃຫ້ແກ່ໄພ່ພົນຂອງພຣະອົງ ແລະ ເປັນປ້ອມປາການໃຫ້ແກ່ຄົນອິສະຣາເອນ

ທັງສອງປະໂຫຍກນີ້ຫມາຍຄວາມວ່າ ພຣະຢາເວຈະຊົງປົກປ້ອງປະຊາຊົນຂອງພຣະອົງ. ປ້ອມປາການເປັນທີ່ພັກອາສັຍທີ່ແຂງແຮງທີ່ໃຊ້ໃນການປົກປ້ອງຄົນໃນຊ່ວງສົງຄາມ. ອາດແປໄດ້ອີກວ່າ: "ພຣະຢາເວຈະຊົງເປັນປ້ອມປາການທີ່ເຂັ້ມແຂງ ສຳລັບປະຊາຊົນຂອງພຣະອົງ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-parallelism]])