lo_tn/jol/03/01.md

2.9 KiB

ຂໍ້ມູນທົ່ວໄປ:

ພຣະເຈົ້າຊົງສືບຕໍ່ໃນການກ່າວເຖິງເຫດການຕ່າງໆໃນອະນາຄົດ.

ເບິ່ງແມ

ຄຳວ່າ "ເບິ່ງແມ" ໃນທີ່ນີ້ ຕ້ອງການເນັ້ນໃນປະໂຫຍກທີ່ຕາມມາ.

ໃນສະໄຫມນັ້ນ ແລະ ໃນເວລານັ້ນ

ປະໂຫຍກທີ່ວ່າ "ໃນເວລານັ້ນ" ມີຄວາມຫມາຍຄືກັນ, ແລະ ເພີ່ມປະໂຫຍກທີ່ວ່າ "ໃນສະໄຫມນັ້ນ". ອາດແປໄດ້ອີກວ່າ: "ໃນວັນເວລານັ້ນ" ຫລື "ໃນເວລານັ້ນ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ຕອນທີ່ເຮົານຳພວກຊະເລີຍຂອງຢູດາ ແລະ ເຢຣູຊາເລັມກັບມາ

ອາດແປໄດ້ອີກວ່າ: "ເມື່ອເຮົາສົ່ງພວກຊະເລີຍກັບຄືນໄປຢູດາ ແລະ ເຢຣູຊາເລັມ".

ໄພ່ພົນຂອງເຮົາ ແລະ ຊົນຊາດອິສະຣາເອນທີ່ເປັນສົມບັດຂອງເຮົາ

ທັງສອງປະໂຫຍກນີ້ເນັ້ນເຖິງວິທີທີ່ພຣະຢາເວຊົງຖືວ່າ ອິສະຣາເອນເປັນຄົນທີ່ມີຄ່າຂອງພຣະອົງ. ອາດແປໄດ້ອີກວ່າ: "ຊາວອິສະຣາເອນ, ຊຶ່ງເປັນມໍຣະດົກຂອງເຮົາ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ໄດ້ຂາຍເດັກຊາຍໄປເປັນໂສເພນີີ, ແລະ ຂາຍເດັກນ້ອຍຜູ້ຍິງເພື່ອເອົາເງິນມາຊື້ເຫລົ້າ ເພື່ອໃຫ້ພວກເຂົາໄດ້ກິນໄດ້ດື່ມ.

ນີ້ແມ່ນຕົວຢ່າງຂອງສິ່ງຕ່າງໆທີ່ພວກເຂົາໄດ້ເຮັດ ແລະ ບໍ່ໄດ້ຊີ້ບອກເຖິງສິ່ງທີ່ພວກເຂົາໄດ້ເຮັດກັບເດັກນ້ອຍສອງຄົນ ໂດຍສະເພາະ. ອາດແປໄດ້ອີກວ່າ: "ແລະໄດ້ເຮັດສິ່ງຕ່າງໆເຊັ່ນ: ການຂາຍເດັກນ້ອຍຜູ້ຊາຍໄປເປັນໂສເພນີ ແລະ ຂາຍເດັກຍິງ ສຳລັບເຫລົ້າອະງຸ່ນ, ເພື່ອພວກເຂົາຈະໄດ້ດື່ມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)