lo_tn/jol/01/05.md

3.1 KiB

ຂໍ້ມູນທົ່ວໄປ:

ພຣະເຈົ້າຊົງເຕືອນປະຊາຊົນອິສະຣາເອນກ່ຽວກັບກອງທັບຝູງຕັກແຕນທີ່ຈະມາເຖິງ.

ພວກຂີ້ເຫລົ້າເອີຍ, ຈົ່ງຕື່ນຂຶ້ນຮ້ອງໄຫ້, ພວກນັກດື່ມເຫລົ້າອາງຸ່ນເອີຍ

ຖ້າໃນພາສາຂອງທ່ານມີພຽງຄຳດຽວສຳລັບຄຳວ່າ "ຮ້ອງໄຫ້" ແລະ "ຮ້ອງໄຫ້ໂອ່ຍຄາງ," ທ່ານສາມາດເອົາສອງປະໂຫຍກນີ້ເຂົ້າກັນໄດ້: "ທ່ານຜູ້ທີ່ຮັກເຫລົ້າອະງຸ່ນຄວນຮ້ອງໄຫ້ດ້ວຍຄວາມໂສກເສົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ຊົນຊາດຫນຶ່ງ

ຝູງຕັກແຕນກໍເຫມືອນກັບກອງທັບຜູ້ບຸກລຸກ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ແຂ້ວຂອງມັນ... ມັນມີແຂ້ວ... ພວກມັນໄດ້ເຮັດ... ພວກມັນໄດ້ແຫ້ນ

ຝູງຕັກແຕນເຫມືອນປະຊາຊາດ ຊຶ່ງຄ້າຍຄືກັບຄົນຫນຶ່ງ. ທ່ານສາມາດອ້າງອີງເຖິງປະຊາຊາດວ່າ "ມັນ," ຫລື ຝູງຕັກແຕນວ່າ "ພວກມັນ," ຫລື ພວກຜູ້ບຸກລຸກວ່າເປັນຄົນຄົນຫນຶ່ງ.

ແຂ້ວຂອງມັນກໍແຫລມຄົມເຫມືອນແຂ້ວສິງ, ແລະ ພວກມັນມີແຂ້ວຄົມໆຄືກັບສິງໂຕແມ່

ທັງສອງປະໂຫຍກນີ້ມີຄວາມຫມາຍຄ້າຍຄືກັນ. ການອ້າງອີງເຖິງແຂ້ວຂອງຝູງຕັກແຕນຄົມຄືກັບແຂ້ວຂອງໂຕສິງ ຊຶ່ງເນັ້ນເຖິງຄວາມໂຫດຮ້າຍຂອງພວກມັນ ທີ່ພວກມັນຈະທຳລາຍຜົນລະປູກທັງຫມົດຂອງແຜ່ນດິນ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-metaphor]])

ແຜ່ນດິນຂອງຂ້ອຍ... ເຄືອອະງຸ່ນຂອງຂ້ອຍ ... ກົກຫມາກເດື່ອຂອງຂ້ອຍ

ແຜ່ນດິນ, ສວນອະງຸ່ນ, ແລະ ກົກເດື່ອເທດຂອງພຣະຢາເວ.

ຫນ້າຢ້ານກົວ

ຄົນເຫລົ່ານັ້ນຜູ້ເຫັນເບິ່ງແຜ່ນດິນທີ່ຖືກເຮັດໃຫ້ຕົກໃຈ ຫລື ເປັນຕາຢ້ານ ເພາະວ່າມັນຖືກທຳລາຍຈົນຫມົດກ້ຽງ.