lo_tn/job/42/01.md

2.9 KiB

ຂ້າ​ນ້ອຍຮູ້ວ່າພຣະ­ອົງສາມາດເຮັດທຸກສິ່ງ; ບໍ່ມີພຣະປະສົງໃດຂອງພຣະອົງທີ່ສາມາດຖືກຢຸດຢັ້ງໄດ້

ທ່ານອາດຈະຕ້ອງໄດ້ເວົ້າຊ້ຳອີກ "ຂ້ານ້ອຍຮູ້." ອາດຈະແປໄດ້ອີກວ່າ: "ຂ້ານ້ອຍຮູ້ວ່າພຣະອົງສາມາດເຮັດທຸກສິ່ງໄດ້. ຂ້ານ້ອຍຮູ້ວ່າບໍ່ມີຈຸດປະສົງຫຍັງຂອງພຣະອົງທີ່ສາມາດຢຸດຢັ້ງໄດ້." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis)

ບໍ່ມີພຣະປະສົງໃດຂອງພຣະອົງທີ່ສາມາດຖືກຢຸດຢັ້ງໄດ້

ສິ່ງນີ້ສາມາດແປເປັນຮູບແບບການກະທຳຢູ່. ອາດຈະແປໄດ້ອີກວ່າ: "ບໍ່ມີໃຜສາມາດຢຸດແຜນການໃດໆຂອງພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ໃຜເປັນຜູ້ນີ້ທີ່ຊ້ອນແຜນການທັງຫລາຍໂດຍປາສະຈາກຄວາມຮູ້?

ສະບັບໃຫມ່ສ່ວນຫລາຍຍອມຮັບວ່າ ໂຢບໄດ້ອ້າງເຖິງຄຳເວົ້າຂອງພຣະເຈົ້າຈາກຂໍ້ 38:1. ຜູ້ແປພາສາດັ່ງນັ້ນອາດຈະຕັດສິນໃຈ ເພື່ອເຮັດໃຫ້ມັນຊັດເຈນວ່າພຣະເຈົ້າຖາມຄຳຖາມຂອງໂຢບ ແລະ ຕອນນີ້ໂຢບຍັງຈື່ມັນຢູ່. ອາດຈະແປໄດ້ອີກວ່າ "ພຣະອົງໄດ້ເວົ້າກັບຂ້ານ້ອຍວ່າ," ຜູ້ໃດແມ່ນຜູ້ນີ້ທີ່ບໍ່ມີຄວາມຮູ້, ແຕ່ວ່າຜູ້ໃດທີ່ກ້າປິດແຜນຂອງພຣະອົງຈາກຄົນອື່ນ?'" ຫລື "ພຣະອົງເວົ້າກັບຂ້ານ້ອຍວ່າ ຂ້ານ້ອຍບໍ່ມີຄວາມຮູ້; ຂ້ານ້ອຍບໍ່ຄວນເວົ້າຕົວະກ່ຽວກັບເລື່ອງແຜນຂອງພຣະອົງ. '"(ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ທີ່ຊ້ອນແຜນການທັງຫລາຍ

ນັ້ນແມ່ນ, ປົກປິດ ຫລື ບິດເບືອນແຜນການ ແລະ ຄຳແນະນຳຂອງພຣະເຈົ້າ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)