lo_tn/job/41/10.md

3.3 KiB

ຂໍ້ມູນເຊື່ອມຕໍ່:

ພຣະຢາເວ ສືບຕໍ່ຕຳຫນິຕິຕຽນ ໂຢບໂດຍຖາມຄຳຖາມລາວ.

ບໍ່ມີໃຜທີ່ດຸ​ຮ້າຍ ພໍທີ່ຈະປຸກເລວິອາທານໃຫ້ລຸກຂຶ້ນ; ແລ້ວໃຜຄືມັນຫລືສາມາດຢືນຕໍ່ຫນ້າເຮົາໄດ້?

ມັນຈະເປັນການງ່າຍທີ່ຈະປຸກ ເລວິອາທານ ໃຫ້ລຸກຂື້ນຢືນຢູ່ຕໍ່ຫນ້າພຣະຢາເວ. ນີ້ສາມາດແປເປັນຄຳຖະແຫລງການ. ອາດຈະແປໄດ້ອີກວ່າ: "ຍ້ອນວ່າເຈັ້າຮູ້ວ່າບໍ່ມີຄົນໃດໂຫດຮ້າຍຈົນມັນກ້າເຮັດໃຫ້ ເລວິອາທານຕື່ນຕົວ, ເຈົ້າແນ່ນອນຄວນຮູ້ວ່າບໍ່ມີໃຜສາມາດຢືນຢູ່ຕໍ່ຫນ້າເຮົາໄດ້." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ໃຜໄດ້ມອບສິ່ງໃດກໍຕາມ​ທີ່​ຢູ່ກັບເຮົາກ່ອນ ເພື່ອເຮົາຈະສົມຄວນຕອບແທນມັນຫລື?

ນີ້ສາມາດແປເປັນຄຳຖະແຫລງການ. ອາດຈະແປໄດ້ອີກວ່າ: "ເຈົ້າຮູ້ວ່າບໍ່ມີໃຜໄດ້ມອບສິ່ງໃດໃຫ້ເຮົາກ່ອນ, ດັ່ງນັ້ນບໍ່ມີໃຜທີ່ເຮົາຕ້ອງຕອບແທນ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເຮົາຈະບໍ່ນິ້ງງຽບ

ສິ່ງນີ້ສາມາດແປເປັນຮູບແບບທີ່ເປັນບວກ. ອາດຈະແປໄດ້ອີກວ່າ: "ເຮົາຈະເວົ້າຢ່າງແນ່ນອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-litotes)

ຂາທັງຫລາຍ, ຫລືບໍ່ນິ້ງງຽບກ່ຽວ­ກັບກຳລັງ​ຂອງ​ມັນ

ທ່ານອາດຈະຕ້ອງເພີ່ມຄຳສັບທີ່ຖືກຕັດອອກຍົກເລີກ. ອາດຈະແປໄດ້ອີກວ່າ: "ຂາ. ເຮົາຍັງຈະເວົ້າກ່ຽວກັບເລື່ອງກຳລັງຂອງມັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis)

ກຳລັງ...ຫລືບໍ່ນິ້ງງຽບ​ກ່ຽວ­ກັບຮູບຮ່າງອັນສະຫງ່າງາມ​ຂອງ​ມັນ

ທ່ານອາດຈະຕ້ອງເພີ່ມຄຳສັບທີ່ຖືກຕັດອອກ. ອາດຈະແປໄດ້ອີກວ່າ:"ກຳລັງເຂັ້ມແຂງ. ເຮົາຍັງຈະເວົ້າກ່ຽວກັບຮູບຮ່າງອັນສະຫງ່າງາມ​ຂອງ​ມັນ." - (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis)