lo_tn/job/40/01.md

2.0 KiB

ຂໍ້ມູນເຊື່ອມຕໍ່:

ພຣະຢາເວເລີ່ມຕົ້ນຕຳຫນິຕິຕຽນໂຢບອີກຄັ້ງໂດຍຖາມຄຳຖາມລາວ.

ສົມຄວນຫລຶທີ່ຜູ້ປາຖະຫນາການຕັດສິນຈະພະຍາຍາມແກ້ໄຂອົງຜູ້ຊົງຣິດທານຸພາບໃຫ້ຖືກຕ້ອງ?

ພຣະຢາເວກຳລັງສັ່ງຫ້າມໂຢບ. ນີ້ສາມາດແປເປັນຄຳຖະແຫລງການ. ອາດຈະແປໄດ້ອີກວ່າ: "ບໍ່ມີໃຜທີ່ຢາກວິພາກວິຈານເຮົາ ຄວນພະຍາຍາມໂຕ້ຖຽງກັບເຮົາ, ເພາະວ່າເຮົາແມ່ນພຣະເຈົ້າຜູ້ມີອຳນາດສູງສຸດ." ຫລື "ເຈົ້າ, ບຸກຄົນ, ຕ້ອງການວິພາກວິຈານເຮົາ, ພຣະເຈົ້າຜູ້ມີອຳນາດສູງສຸດ, ແຕ່ເຈົ້າບໍ່ຄວນພະຍາຍາມແກ້ໄຂເຮົາ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເຂົາຜູ້ທີ່ໂຕ້ຖຽງກັບພຣະເຈົ້າ, ຂໍໃຫ້ເຂົາຕອບເຖີດ

ພຣະຢາເວ ເວົ້າກ່ຽວກັບໂຢບ ແລະຕົວເອງ ຄືກັບວ່າພວກເຂົາເປັນຄົນສອງຄົນເພື່ອເຕືອນໂຢບວ່າບໍ່ມີໃຜຢູ່ບ່ອນໃດຄວນໂຕ້ຖຽງກັບພຣະເຈົ້າ. ອາດຈະແປໄດ້ອີກວ່າ: "ເຈົ້າຢາກໂຕ້ຖຽງກັບເຮົາ, ດັ່ງນັ້ນຈົ່ງຕອບເຮົາ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-pronouns)