lo_tn/job/39/09.md

3.7 KiB

ຂໍ້ມູນເຊື່ອມຕໍ່:

ພຣະຢາເວ ສືບຕໍ່ທ້າທາຍໂຢບ.

ຂໍ້ມູນທົ່ວໄປ:

ທີ່ນີ້ ພຣະຢາເວ ໃຊ້ສີ່ຄຳຖາມເພື່ອເນັ້ນຫນັກວ່າ ໂຢບບໍ່ຄືກັບ ພຣະຢາເວ ເພາະວ່າ ໂຢບບໍ່ສາມາດຄວບຄຸມງົວປ່າໄດ້. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ງົວ​ກະ­ທິງ​ຈະມີຄວາມສຸກທີ່ໄດ້​ເຮັດ­ວຽກ​ໃຫ້​ເຈົ້າ​ບໍ?

ຄຳຖາມນີ້ສາມາດແປເປັນຄຳຖະແຫລງການ. ອາດຈະແປໄດ້ອີກວ່າ: "ງົວປ່າບໍ່ດີໃຈທີ່ໄດ້ຮັບໃຊ້ເຈົ້າ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ງົວ​ກະ­ທິງ

ຄວາມຫມາຍ ທີ່ເປັນໄປໄດ້ແມ່ນ 1) ປະເພດງົວທີ່ເຄີຍອາໃສຢູ່ໃນປ່າທຳມະຊາດ ຫລື 2) ຄວາຍບາງຊະນິດທີ່ມີລັກສະນະຄ້າຍຄືກັບງົວ.

ມີຄວາມສຸກ

"ເຕັມໃຈ"

ມັນພໍໃຈທີ່ຈະຢູ່ໃນ​ຄອກງົວ​ຂອງ​ເຈົ້າ​ບໍ?

ຄຳຖາມນີ້ສາມາດແປເປັນຄຳະຖແຫລງການ. ອາດຈະແປໄດ້ອີກວ່າ: "ມັນຈະບໍ່ຍິນຍອມໃຫ້ຢູ່ຄອກຂອງເຈົ້າ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ພໍໃຈທີ່ຈະຢູ່ໃນ​ຄອກງົວ​ຂອງ​ເຈົ້າ

"ນອນຢູ່ຄອກຂອງເຈົ້າຕະຫລອດຄືນ"

ຄອກງົວ

ບາງສິ່ງບາງຢ່າງທີ່ຖືເກັບອາຫານ ເພື່ອໃຫ້ສັດສາມາດກິນໄດ້

ເຈົ້າສາມາດຄວບຄຸມງົວປ່າໃຫ້ໄຖ​ນາ​ໄດ້​ດ້ວຍໄມ້ເທົ້າອັນຫນຶ່ງບໍ?

ຄຳຖາມນີ້ສາມາດແປເປັນຖະແຫລງການ.ອາດຈະແປໄດ້ອີກວ່າ: "ເຈົ້າບໍ່ສາມາດຄວບຄຸມຝູງງົວປ່າດ້ວຍສາຍເຊືອກ ເພື່ອທີ່ຈະໄຖໄຖຢູ່ຕາມທົ່ງນາຂອງເຈົ້າ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ດ້ວຍເຊືຶອກ

ເຊືອກຖືກມັດຢູ່ຫົວ ຫລື ຄໍຂອງສັດເພື່ອນຳມັນ

ຮອຍໄຖ​ນາ

ຮອຍທາງທີ່ຍາວໆ ເຮັດຢູ່ໃນຝຸ່ນໃນຂະນະທີ່ໄຖດິນ. ເບິ່ງເພີ່ມເຕີມການແປແບບນີ້ໃນຂໍ້ 31:38.

ຫລື​ມັນ​ຈະ​ໄຖ​ຄາດ​ລຳຫ້ວຍຕ່າງໆ​ໃຫ້ກັບ​ເຈົ້າ​ບໍ?

ຄຳຖາມນີ້ສາມາດແປເປັນຄຳຖະແຫລງການ. ອາດຈະແປໄດ້ອີກວ່າ: "ມັນຈະບໍ່ໄຖຄາດຮ່ອມພູໃຫ້ເຈົ້າ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

​ໄຖ​ຄາດ

ເພື່ອກ້ຽງ ແລະແຕກແຍກດິນ