lo_tn/job/38/25.md

3.6 KiB

ຂໍ້ມູນເຊື່ອມຕໍ່:

ພຣະຢາເວສືບຕໍ່ທ້າທາຍໂຢບ.

ຂໍ້ມູນທົ່ວໄປ:

ພຣະຢາເວ ຖາມໂຢບໃຫ້ເນັ້ນຫນັກວ່າ ພຣະອົງຍິ່ງໃຫຍ່ກວ່າໂຢບເພາະວ່າ ພຣະຢາເວ ເຮັດໃຫ້ຝົນຕົກ ແລະຟ້າຮ້ອງ ແລະໂຢບເຮັດກໍ່ບໍ່ໄດ້.

ໃຜທີ່ໄດ້ສ້າງ​ປ່ອງສຳລັບນໍ້າຝົນຫລວງຫລາຍ, ຫລືໃຜທີ່ໄດ້ສ້າງ...ຫຍ້າທີ່ນຸ້ມງອກງາມຂຶ້ນມາ?

ນີ້ສາມາດແປເປັນຄຳຖະແຫລງການ. ອາດຈະແປໄດ້ອີກວ່າ: "ພຽງແຕ່ເຮົາໄດ້ສ້າງຊ່ອງທາງສຳລັບນໍ້າຝົນທີ່ຖ້ວມ, ແລະມີພຽງເຮົາເທົ່ານັ້ນທີ່ໄດ້ສ້າງ ... ຫຍ້າງອກອອກມາ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ປ່ອງສຳລັບນໍ້າຝົນ

"ກະແສນໍ້າຝົນ"

ເສັ້ນທາງໃຫ້ກັບຟ້າຮ້ອງດັງສະຫນັ່ນ

"ເສັ້ນທາງຂອງສາຍຟ້າແລບຂອງຟ້າຜ່າ." ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ພຣະຢາເວຕັດສິນໃຈວ່າກະແສຟ້າຜ່າ ຄວນຈະກະທົບ ຫລື 2) ພຣະອົງຕັດສິນໃຈວ່າ ບ່ອນໃດທີ່ພາຍຸຝົນຄວນໄປ.

ເທິງແຜ່ນດິນທັງຫລາຍທີ່ບໍ່ມີຄົນອາໄສ​ຢູ່, ແລະເຫນືອຖິ່ນທຸຣະກັນດານທີ່ບໍ່ມີໃຜຢູ່

ວະລີສອງຢ່າງນີ້ມີຄວາມຫມາຍເກືອບຄືກັນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ທີ່ບໍ່ມີຄົນອາໄສ​ຢູ່

"ບ່ອນທີ່ບໍ່ມີຜູ້ຄົນ"

ເພື່ອຊ່ວຍເຫລືອບໍຣິເວນຕ່າງໆຂອງ

ຂໍ້ມູນທີ່ບົ່ງບອກແມ່ນມັນແມ່ນຝົນທີ່ຕອບສະຫນອງ ຄວາມຕ້ອງການ. ອາດຈະແປໄດ້ອີກວ່າ: "ເພື່ອວ່າລະດູຝົນສາມາດຕອບສະຫນອງ ຄວາມຕ້ອງການຂອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ທີ່ເປັນຫມັນ ແລະໂດດດ່ຽວ

"ຖືກທຳລາຍ ແລະ ເສຍຫາຍ." ສອງຄຳນີ້ມີຄວາມຫມາຍໄກ້ຄຽງກັນ ແລະ ເນັ້ນຫນັກເຖິງລັກສະນະທີ່ເສຍຫາຍ ແລະ ເປົ່າຫວ່າງຂອງຂົງເຂດເຫລົ່ານີ້. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-hendiadys)

ຫຍ້າທີ່ນຸ້ມງອກງາມຂຶ້ນມາ

"ຫຍ້າໃຫມ່" ຫລື "ຫຍ້າສົດ." ນີ້ແມ່ນຫຍ້າທີ່ກຳລັງເລີ່ມເຕີບໃຫຍ່ຂື້ນ.

ງອກງາມຂຶ້ນມາ

"ເລີ່ມເຕີບໃຫຍ່"