lo_tn/job/38/19.md

4.6 KiB

ຂໍ້ມູນເຊື່ອມຕໍ່:

ພຣະຢາເວສືບຕໍ່ທ້າທາຍໂຢບ.

ຂໍ້ມູນທົ່ວໄປ:

ແຕ່ລະຂໍ້ເຫລົ່ານີ້ມີສອງວະລີຂະຫນານ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ໃດຄືເສັ້ນທາງໄປສູ່ສະຖານທີ່ພັກແຫ່ງຄວາມສະຫວ່າງ - ເຊັ່ນດຽວກັນສຳລັບຄວາມມືດ, ສະຖານທີ່ຂອງມັນຢູ່ໃສບໍ?

ຄຳຖາມນີ້ສາມາດສະແດງອອກເປັນ ຄຳຖະແຫລງການ. ອາດຈະແປໄດ້ອີກວ່າ: "ເຈົ້າບໍ່ຮູ້ເສັ້ນທາງໄປສູ່ສະຖານທີ່ໆ ມີແສງສະຫວ່າງ ຫລື ບ່ອນທີ່ຄວາມືຶດ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ພັກແຫ່ງຄວາມສະຫວ່າງ

"ທີ່ຢູ່ອາໃສຂອງແສງໄດ້." ແສງສະຫວ່າງໄດ້ຖືກກ່າວເຖິງວ່າມີບ່ອນພັກຜ່ອນ ຊຶ່ງມັນອອກມາໃນແຕ່ລະມື້. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ຄວາມສະຫວ່າງ

"ກາງເວັນ" ຫລື "ແສງແດດ"

ເຈົ້າສາມາດນຳຄວາມ​ແສງ­ສະ­ຫວ່າງ ແລະ​ຄວາມ​ມືດມາຍັງທີ່ແຫ່ງການເຮັດວຽກຂອງພວກມັນໄດ້ບໍ? ເຈົ້າສາມາດຄົ້ນຫາທາງກັບໄປສູ່ບ້ານທັງຫລາຍຂອງພວກມັນໄດ້ບໍ?

ຄຳຖາມເຫລົ່ານີ້ຄາດຫວັງວ່າຈະມີ ຄຳຕອບເຊີງລົບ. ພວກເຂົາສາມາດຖືກສະແດງອອກເປັນການຖະແຫລງການ. ອາດຈະແປໄດ້ອີກວ່າ: "ເຈົ້າບໍ່ສາມາດນຳພາແສງສະຫວ່າງ ແລະຄວາມມືດໄປບ່ອນເຮັດວຽກຂອງພວກເຂົາ, ຫລື ຫາທາງກັບໄປເຮືອນຂອງພວກເຂົາ ສຳລັບພວກເຂົາ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ທີ່ແຫ່ງການເຮັດວຽກຂອງພວກມັນ

"ເຖິງດິນແດນຂອງພວກເຂົາ." ແສງສະຫວ່າງ ແລະຄວາມມືດແມ່ນເວົ້າເຖິງການຖືກນຳພາ ແລະກັບໄປແຕ່ລະມື້ເພື່ອບັນລຸຈຸດປະສົງຂອງ ພຣະຢາເວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ບໍ່ຕ້ອງສົງໄສເລີຍວ່າ ...ນັ້ນໃຫ່ຍຫລາຍ

ພຣະຢາເວ ໃຊ້ຄຳເວົ້າເຍາະເຍີ້ຍເພື່ອເນັ້ນຫນັກວ່າ ໂຢບບໍ່ເຂົ້າໃຈຄວາມສະຫວ່າງ ແລະຄວາມມືດ. ອາດຈະແປໄດ້ອີກວ່າ: "ມັນເປັນທີ່ຈະແຈ້ງວ່າເຈົ້າບໍ່ຮູ້, ເພາະວ່າເຈົ້າບໍ່ໄດ້ເກີດ ເມື່ອເຮົາສ້າງພວກມັນ, ແລະເຈົ້າກໍ່ບໍ່ມີອາຍຸຫລາຍ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-irony)

ເພາະ­ວ່າ​ເຈົ້າໄດ້ເກີດມາແລ້ວ

"ສຳລັບເຈົ້າທີ່ກຳລັງມີຊີວິດຢູ່ໃນຕອນນັ້ນ." ຄຳວ່າ "ຈາກນັ້ນ" ຫມາຍເຖິງເວລາທີ່ແສງໄດ້ຖືກສ້າງຂື້ນ ແລະແຍກອອກຈາກຄວາມມືດ. ອາດຈະແປໄດ້ອີກວ່າ: "ສຳ ລັບເຈົ້າໄດ້ເກີດມາແລ້ວ ເມື່ອຂ້ອຍສ້າງພວກມັນ"

ຈຳນວນວັນທັງຫລາຍຂອງເຈົ້ານັ້ນໃຫ່ຍຫລາຍ

"ເຈົ້າມີຊີວິດຢູ່ຫລາຍປີແລ້ວ"