lo_tn/job/38/04.md

3.0 KiB

ຂໍ້ມູນທົ່ວໄປ:

ພຮະຢາເວ ເລີ່ມຕົ້ນທີ່ຈະທ້າທາຍໂຢບກັບຄຳຖາມຫລາຍຂໍ້.

ເຈົ້າ​ຢູ່​ໃສ​ເມື່ອ​ເຮົາ​ສ້າງ​ໂລກ?ບອກເຮົາ, ຖ້າ​ຫາກເຈົ້າ​ມີຄວາມເຂົ້າໃຈຢ່າງຫລວງຫລາຍ

ນີ້ສາມາດແປເປັນຄຳຖະແຫລງການ. ອາດຈະແປໄດ້ອີກວ່າ: "ບອກເຮົາວ່າເຈົ້າຢູ່ບ່ອນໃດ ເມື່ອເຮົາວາງພື້ນຖານຂອງແຜ່ນດິນໂລກ, ຖ້າເຈົ້າມີຄວາມເຂົ້າໃຈຫລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເຮົາວາງພື້ນຖານຂອງແຜ່ນດິນໂລກ

ພຮະຢາເວ ອະທິບາຍການສ້າງແຜ່ນດິນໂລກຄືກັບວ່າພຣະອົງ ກຳລັງສ້າງໂຄງສ້າງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຖ້າ​ຫາກເຈົ້າ​ມີຄວາມເຂົ້າໃຈຢ່າງຫລວງຫລາຍ

ຄຳນາມທີ່ບໍ່ມີຕົວຕົນ "ຄວາມເຂົ້າໃຈ" ສາມາດແປເປັນຄຳ ກິລິຍາ "ເຂົ້າໃຈ." ອາດຈະແປໄດ້ອີກວ່າ: "ຖ້າເຈົ້າເຂົ້າໃຈຫລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ຜູ້­ໃດ​ກຳ­ນົດຂອບເຂດທັງຫລາຍໃຫ້ກັບມັນຫລື? ​ບອກເຮົາ, ຖ້າຫາກຮູ້

ນີ້ສາມາດແປເປັນຄຳຖະແຫລງການ. ອາດຈະແປໄດ້ອີກວ່າ: "ບອກເຮົາວ່າຜູ້ໃດກຳນົດຂະຫນາດຂອງມັນ, ຖ້າເຈົ້າຮູ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຂອບເຂດທັງຫລາຍ

"ການວັດແທກ"

ໃຜ​ຄືຜູ້ທີ່ວາງເສັ້ນຂອບແດນເຫນືອມັນຫລື?

ນີ້ສາມາດແປເປັນຄຳຖະແຫລງການ. ອາດຈະແປໄດ້ອີກວ່າ: "ບອກເຮົາຜູ້ທີ່ວາງເສັ້ນວັດແທກໄດ້." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເສັ້ນຂອບແດນ

ເຊືອກ ຫລື ສາຍທີ່ຄົນໃຊ້ເພື່ອເຮັດໃຫ້ບາງສິ່ງບາງຢ່າງມີຂະຫນາດ ແລະຮູບຮ່າງທີ່ຖືກຕ້ອງ.