lo_tn/job/37/16.md

3.2 KiB

ທ່ານເຂົ້າໃຈເຖິງກ້ອນເມກທັງຫລາຍທີ່ລອຍຢູ່, ພຣະຣາຊະກິດອັນອັສະຈັນທັງຫລາຍຂອງພຣະເຈົ້າ, ຜູ້ຊົງ​ສົມບູນແບບໃນຄວາມຮູ້ຫລື?

ເອ­ລີ­ຮູ ຖາມຄຳຖາມນີ້ເພື່ອເນັ້ນຫນັກວ່າ ໂຢບບໍ່ຮູ້ເລື່ອງເຫລົ່ານີ້. ອາດຈະແປໄດ້ອີກວ່າ: "ທ່ານບໍ່ເຂົ້າໃຈກ່ຽວກັບການລອຍຂອງເມກ, ການກະທຳ ທີ່ຫນ້າອັສະຈັນຂອງພຣະເຈົ້າ, ຜູ້ທີ່ສົມບູນແບບໃນຄວາມຮູ້." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ກ້ອນເມກທັງຫລາຍທີ່ລອຍຢູ່

"ວິທີທີ່ເມກລອຍ"

ພຣະຣາຊະກິດອັນອັສະຈັນທັງຫລາຍຂອງພຣະເຈົ້າ,

ຄຳກິລິຍາອາດຈະສະຫນອງຈາກວະລີທີ່ຜ່ານມາ. ອາດຈະແປໄດ້ອີກວ່າ: "ຫລືທ່ານເຂົ້າໃຈເຖິງການກະທຳ ອັນຫນ້າອັດສະຈັນຂອງພຣະເຈົ້າ" ຫລື "ແລະທ່ານບໍ່ເຂົ້າໃຈເຖິງການກະທຳທີ່ຫນ້າອັດສະຈັນຂອງພຣະເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis)

ທ່ານເຂົ້າໃຈກ່ຽວກັບການທີ່ເສື້ອຜ້າທັງຫລາຍຂອງທ່ານຮ້ອນ ...ຈາກທິດໃຕ້?

ເອ­ລີ­ຮູ ຖາມຄຳຖາມນີ້ເພື່ອເນັ້ນຫນັກວ່າ ໂຢບບໍ່ຮູ້ເລື່ອງເຫລົ່ານີ້. ອາດຈະແປໄດ້ອີກວ່າ: "ເຈົ້າບໍ່ເຂົ້າໃຈວ່າເສື້ອຜ້າຂອງເຈົ້າຮ້ອນຂື້ນແນວໃດ ... ຈາກທິດໃຕ້." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເສື້ອຜ້າທັງຫລາຍຂອງທ່ານຮ້ອນ

"ວິທີທີ່ທ່ານຈະຮ້ອນໃນເຄື່ອງນຸ່ງຂອງທ່ານ" ຫລື "ວິທີທີ່ທ່ານເຫື່ອອອກໃນເຄື່ອງນຸ່ງຂອງທ່ານ"

ເພາະລົມນັ້ນມາຈາກທິດໃຕ້

ໃນປະເທດອິດສະຣາເອນ, ມີລົມຮ້ອນພັດຜ່ານທະເລຊາຍຈາກທິດໃຕ້ແລະ ເຮັດໃຫ້ມີອາກາດຮ້ອນ.ອາດຈະແປໄດ້ອີກວ່າ: "ຍ້ອນວ່າລົມຮ້ອນແລະ ແຫ້ງແລ້ງທີ່ພັດມາຈາກທິດໃຕ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)