lo_tn/job/37/01.md

2.5 KiB

ຈິດໃຈຂອງຂ້ານ້ອຍສັ່ນໄຫວ...ມັນຖືກເຄື່ອນອອກຈາກທີ່ຂອງມັນ

ສອງປະໂຫຍກນີ້ຫມາຍຄວາມວ່າໂດຍພື້ນຖານແລ້ວມັນແມ່ນສິ່ງດຽວກັນ ແລະ ເນັ້ນຫນັກເຖິງຄວາມຮຸນແຮງຂອງຄວາມຢ້ານກົວຂອງລາວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ຈິດໃຈຂອງຂ້ານ້ອຍສັ່ນໄຫວດ້ວຍເລື່ອງນີ້

ຄຳວ່າ "ນີ້" ຫມາຍເຖິງລົມພະຍຸໃນຂໍ້ 36:32.

ມັນຖືກເຄື່ອນອອກຈາກທີ່ຂອງມັນ

ເອ­ລີ­ຮູ ເວົ້າເຖິງຫົວໃຈຂອງລາວຕີຢ່າງຮຸນແຮງ ຄືກັບວ່າລາວຕ້ອງໂດດອອກຈາກຫນ້າເອິກຂອງລາວ. ອາດຈະແປໄດ້ອີກວ່າ: "ມັນຍ້າຍອອກຈາກສະຖານທີ່ຂອງມັນ" ຫລື "ມັນເຕັ້ນຢ່າງຮຸນແຮງ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-activepassive]])

ໄດ້ຍິນສຽງອັນດັງຂອງພຣະອົງ, ­ສຽງທີ່ອອກ​ຈາກ​ພຣະ­ໂອດ ​ຂອງ​ພຣະ­ອົງ

ສອງປະໂຫຍກນີ້ຫມາຍເຖິງພື້ນຖານຄືກັນ. ເອ­ລີ­ຮູ ເວົ້າເຖິງສຽງຟ້າຮ້ອງຄືກັບວ່າມັນແມ່ນສຽງຂອງພຣະເຈົ້າ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-parallelism]])

ໄປ​ເຖິງ​ສຸດ​ປາຍ​ແຜ່ນ­ດິນ­ໂລກ

ເອ­ລີ­ຮູ ເວົ້າກ່ຽວກັບສະຖານທີ່ໆໄກທີ່ສຸດໃນໂລກ ຄືກັບວ່າພວກເຂົາແມ່ນຊາຍແດນຂອງໂລກ. ອາດຈະແປໄດ້ອີກວ່າ: "ຢູ່ທົ່ວທຸກແຫ່ງໃນໂລກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)