lo_tn/job/36/22.md

2.8 KiB

ເບິ່ງ​ແມ

ຄຳວ່າ "ເບິ່ງ" ທີ່ນີ້ເພີ່ມຄວາມເອົາໃຈໃສ່ຕໍ່ສິ່ງທີ່ຕາມມາ. ອາດຈະແປໄດ້ອີກວ່າ: “ແທ້ຈິງແລ້ວ“

ພຣະ­ເຈົ້າ​ຊົງໄດ້ຮັບການຍົກຍ້ອງໃນຣິດທານຸພາບຂອງພຣະອົງ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ພຣະເຈົ້າມີອຳນາດທີ່ສຸດ" ຫລື 2) "ຜູ້ຄົນຍົກຍ້ອງພຣະເຈົ້າເພາະວ່າພຣະອົງມີອຳນາດ"

ຜູ້­ໃດທີ່​ເປັນ​ຜູ້​ສັ່ງສອນໄດ້​ເຫມືອນກັບ​ພຣະ­ອົງ​ບໍ?

ເອ­ລີ­ຮູ ຖາມຄຳຖາມເຊີງໂວຫານນີ້ ເພື່ອເນັ້ນຫນັກວ່າ ບໍ່ມີໃຜເປັນຄູຄືກັບພຣະເຈົ້າ. ອາດຈະແປໄດ້ອີກວ່າ: "ບໍ່ມີໃຜເປັນຄູຄືກັນກັບພຣະອົງ." ຫລື "ບໍ່ມີໃຜສອນຄືກັນກັບພຣະອົງ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຜູ້­ໃດທີ່ເຄີຍສັ່ງສອນພຣະອົງກ່ຽວກັບວິທີທາງຂອງພຣະອົງຫລື?

ເອ­ລີ­ຮູ ຖາມຄຳຖາມເຊີງໂວຫານນີ້ ເພື່ອເນັ້ນຫນັກວ່າ ບໍ່ມີໃຜເຄີຍສອນພຣະເຈົ້າວ່າຈະເຮັດຫຍັງ. ອາດຈະແປໄດ້ອີກວ່າ: "ບໍ່ມີໃຜເຄີຍແນະນຳພຣະອົງກ່ຽວກັບສິ່ງທີ່ພຣະອົງຄວນເຮັດ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຜູ້­ໃດສາມາດເວົ້າກັບພຣະອົງ​ວ່າ ‘ພຣະ­ອົງ​ໄດ້​ກະ­ທຳສິ່ງທີ່​ບໍ່ຊອບທັມ​ແລ້ວ?

ເອ­ລີ­ຮູ ໃຊ້ຖາມຄຳທີ່ບໍ່ຫວັງຄຳຕອບເພື່ອເນັ້ນຫນັກວ່າ ບໍ່ມີໃຜສາມາດກ່າວຫາພຣະເຈົ້າວ່າໄດ້ກະທຳຄວາມບໍ່ຊອບທັມ. ອາດຈະແປໄດ້ອີກວ່າ: "ບໍ່ມີໃຜສາມາດເວົ້າກັບພຣະອົງວ່າ, 'ທ່ານໄດ້ກະທໍາຄວາມບໍ່ຊອບທັມ.'" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)